Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ພວກເຂົາ​ໄດ້​ເລີ່ມ​ກ່າວຫາ​ພຣະອົງ ໂດຍ​ເວົ້າ​ວ່າ, “ພວກເຮົາ​ພົບ​ວ່າ​ຊາຍ​ຄົນ​ນີ້​ກຳລັງ​ໂຄ່ນລົ້ມ​ປະເທດຊາດ​ຂອງ​ພວກເຮົາ. ລາວ​ຄັດຄ້ານ​ການ​ເສຍພາສີ​ໃຫ້​ແກ່​ກາຍຊາ ແລະ ອ້າງ​ຕົນ​ວ່າ​ເປັນ​ພຣະຄຣິດເຈົ້າ ຄື​ເປັນ​ກະສັດ​ອົງ​ໜຶ່ງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”

Uka jalj uñjjattʼäta Copia luraña




ລູກາ 23:2
33 Jak'a apnaqawi uñst'ayäwi  

ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກ​ເບັດ​ທີ່​ທະເລສາບ ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ຈົ່ງ​ງະ​ປາກ​ມັນ​ອອກ ແລ້ວ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ສີ່​ແດຣກມາ​ຢູ່​ໃນ​ປາກ​ຂອງ​ມັນ. ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າບຳລຸງ​ວິຫານ​ສຳລັບ​ເຮົາ ແລະ ເຈົ້າ”.


ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງໃດ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງໃດ​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.


ໃນ​ຂະນະ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້ປົກຄອງ ແລະ ຜູ້ປົກຄອງ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”. ເມື່ອ​ທຸກຄົນ​ໄດ້​ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ພຣະອົງ.


ສ່ວນ​ປີລາດ​ໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.


ແລ້ວ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຜູ້​ນີ້​ມາ​ພົບ​ເຮົາ​ໃນ​ຖານະ​ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ກະບົດ. ເຮົາ​ໄດ້​ສືບສວນ​ຕໍ່ໜ້າ​ພວກທ່ານ​ແລ້ວ ແລະ ບໍ່​ເຫັນ​ຄວາມຜິດ​ໃດ​ວ່າ​ຊາຍ​ຄົນ​ນີ້​ຜິດ​ຕາມ​ຂໍ້ກ່າວຫາ​ຂອງ​ພວກທ່ານ.


ແຕ່​ພວກເຂົາ​ຍັງ​ເວົ້າ​ຢືນຢັນ​ວ່າ, “ລາວ​ໃຊ້​ຄຳສອນ​ຍຸຍົງ​ປະຊາຊົນ​ທົ່ວ​ແຂວງ​ຢູດາຍ. ເລີ່ມ​ຕັ້ງແຕ່​ແຂວງ​ຄາລີເລ​ຕະຫລອດ​ຈົນ​ມາ​ເຖິງ​ທີ່​ນີ້​ແລ້ວ”.


ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ມາ​ພົບ​ພວກເຂົາ ແລະ ຖາມ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງໃດ?”


ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ແມ່ນ​ຜູ້ຮ້າຍ​ພວກເຮົາ​ກໍ​ຄົງ​ບໍ່​ພາ​ລາວ​ມາ​ມອບ​ໃຫ້​ແກ່​ທ່ານ​ດອກ”.


ຫລັງຈາກນັ້ນ ປີລາດ​ກໍ​ຫາ​ວິທີທາງ​ທີ່​ຈະ​ປ່ອຍ​ພຣະເຢຊູເຈົ້າ ແຕ່​ພວກ​ຢິວ​ຮ້ອງ​ສຽງດັງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ວ່າ, “ຖ້າ​ທ່ານ​ປ່ອຍ​ຊາຍ​ຄົນ​ນີ້​ໄປ ທ່ານ​ກໍ​ບໍ່​ແມ່ນ​ມິດ​ຂອງ​ກາຍຊາ. ຜູ້ໃດ​ທີ່​ອ້າງ​ໂຕເອງ​ວ່າ​ເປັນ​ກະສັດ ກໍ​ເປັນ​ສັດຕູ​ກັນ​ກັບ​ກາຍຊາ”.


ແລະ ພວກເຂົາ​ກໍ​ພິສູດ​ສິ່ງ​ທີ່​ພວກເຂົາ​ກ່າວຫາ​ຂ້າພະເຈົ້າ​ໃຫ້​ທ່ານ​ບໍ່​ໄດ້.


“ພວກຂ້າພະເຈົ້າ​ພົບ​ວ່າ​ຊາຍ​ຜູ້ນີ້​ເປັນ​ຄົນ​ສ້າງ​ບັນຫາ, ປຸກລະດົມ​ການ​ຈາລາຈົນ​ໃນ​ທ່າມກາງ​ຊາວຢິວ​ທັງໝົດ​ທົ່ວ​ໂລກ. ລາວ​ເປັນ​ແກນນຳ​ຄົນ​ໜຶ່ງ​ຂອງ​ລັດທິ​ນາຊາເຣັດ


ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ໃນ​ສິ່ງ​ທີ່​ພວກເຈົ້າ​ໜີ້​ພວກເຂົາ​ຄື: ຖ້າ​ພວກເຈົ້າ​ໜີ້​ພາສີ ຈົ່ງ​ເສຍ​ພາສີ, ຖ້າ​ຕິດຄ້າງ​ອາກອນ ຈົ່ງ​ເສຍ​ອາກອນ, ຖ້າ​ສົມຄວນ​ໃຫ້​ຄວາມເຄົາລົບ ຈົ່ງ​ໃຫ້​ຄວາມເຄົາລົບ, ຖ້າ​ສົມຄວນ​ໃຫ້​ກຽດ ຈົ່ງ​ໃຫ້​ກຽດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka