Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:19 - ພຣະຄຳພີລາວສະບັບສະໄໝໃໝ່

19 (ບາຣາບາ​ຖືກ​ຈັບ​ເຂົ້າ​ຄຸກ​ເພາະ​ກໍ່​ການ​ກະບົດ​ໃນ​ເຢຣູຊາເລັມ ແລະ ເພາະ​ຂ້າ​ຄົນ.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ບາຣາບາ​ຜູ້​ນີ້​ຖືກ​ຄຸກ ເພາະ​ການ​ຈະລາຈົນ​ທີ່​ໄດ້​ເກີດຂຶ້ນ​ໃນ​ເມືອງ ແລະ​ເພາະ​ຂ້າ​ຄົນ.)

Uka jalj uñjjattʼäta Copia luraña




ລູກາ 23:19
7 Jak'a apnaqawi uñst'ayäwi  

ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ບາຣາບາ ຖືກ​ຂັງຄຸກ​ຮ່ວມ​ກັບ​ພວກກະບົດ​ທີ່​ໄດ້​ຂ້າ​ຄົນ​ໃນ​ການກະບົດ​ນັ້ນ.


ແຕ່​ປະຊາຊົນ​ທັງໝົດ​ພາກັນ​ຮ້ອງຂຶ້ນ​ວ່າ, “ກຳຈັດ​ຄົນ​ນີ້​ສາ! ແລ້ວ​ຈົ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຮົາ!”


ແລະ ພວກເຂົາ​ໄດ້​ເລີ່ມ​ກ່າວຫາ​ພຣະອົງ ໂດຍ​ເວົ້າ​ວ່າ, “ພວກເຮົາ​ພົບ​ວ່າ​ຊາຍ​ຄົນ​ນີ້​ກຳລັງ​ໂຄ່ນລົ້ມ​ປະເທດຊາດ​ຂອງ​ພວກເຮົາ. ລາວ​ຄັດຄ້ານ​ການ​ເສຍພາສີ​ໃຫ້​ແກ່​ກາຍຊາ ແລະ ອ້າງ​ຕົນ​ວ່າ​ເປັນ​ພຣະຄຣິດເຈົ້າ ຄື​ເປັນ​ກະສັດ​ອົງ​ໜຶ່ງ”.


ປີລາດ​ຢາກ​ປ່ອຍ​ພຣະເຢຊູເຈົ້າ​ຈຶ່ງ​ຮ້ອງຂໍ​ພວກເຂົາ​ອີກ.


ແຕ່​ພວກເຂົາ​ຍັງ​ເວົ້າ​ຢືນຢັນ​ວ່າ, “ລາວ​ໃຊ້​ຄຳສອນ​ຍຸຍົງ​ປະຊາຊົນ​ທົ່ວ​ແຂວງ​ຢູດາຍ. ເລີ່ມ​ຕັ້ງແຕ່​ແຂວງ​ຄາລີເລ​ຕະຫລອດ​ຈົນ​ມາ​ເຖິງ​ທີ່​ນີ້​ແລ້ວ”.


ຖ້າ​ດັ່ງນັ້ນ ເຈົ້າ​ກໍ​ບໍ່​ແມ່ນ​ຄົນເອຢິບ​ຄົນ​ນັ້ນ​ທີ່​ກ່ອນ​ໜ້າ​ນີ້​ໄດ້​ກໍ່​ກະບົດ ແລະ ນຳ​ຜູ້​ກໍ່​ການ​ຮ້າຍ​ສີ່ພັນ​ຄົນ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ບໍ?”


ພວກທ່ານ​ໄດ້​ປະຕິເສດ​ອົງ​ບໍລິສຸດ ແລະ ຊອບທຳ, ແຕ່​ຂໍ​ໃຫ້​ປ່ອຍ​ຜູ້ຮ້າຍ​ຂ້າຄົນ​ໃຫ້​ແກ່​ພວກທ່ານ​ແທນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka