16 ເຫດສະນັ້ນ, ເຮົາຈະລົງໂທດລາວ ແລະ ປ່ອຍລາວໄປ”.
16 ດັ່ງນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນລາວແລ້ວປ່ອຍລາວໄປ.” [
ແລ້ວປີລາດຈຶ່ງປ່ອຍບາຣາບາໃຫ້ພວກເຂົາ ແຕ່ເພິ່ນໄດ້ໃຫ້ຄົນຂ້ຽນຕີພຣະເຢຊູເຈົ້າ ແລະ ມອບພຣະອົງໃຫ້ໄປຄຶງທີ່ໄມ້ກາງແຂນ.
ເພື່ອເອົາໃຈປະຊາຊົນ ປີລາດຈຶ່ງປ່ອຍບາຣາບາໃຫ້ພວກເຂົາ. ເພິ່ນໄດ້ໃຫ້ຄົນຂ້ຽນຕີພຣະເຢຊູເຈົ້າ ແລະ ມອບພຣະອົງໃຫ້ໄປຄຶງທີ່ໄມ້ກາງແຂນ.
ຕາມທຳນຽມແລ້ວ ປີລາດຕ້ອງປ່ອຍໜຶ່ງຄົນໃຫ້ພວກເຂົາໃນເທດສະການນັ້ນ.
ປີລາດໄດ້ເວົ້າກັບພວກເຂົາເປັນເທື່ອທີສາມວ່າ, “ເປັນຫຍັງ? ຊາຍຄົນນີ້ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບວ່າລາວເຮັດຜິດຫຍັງທີ່ສົມຄວນຮັບໂທດເຖິງຕາຍ. ເຫດສະນັ້ນ ເຮົາຈະລົງໂທດ ແລະ ປ່ອຍລາວໄປ”.
“ຢ່າຕັດສິນຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກຕັດສິນ. ຢ່າກ່າວໂທດຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກກ່າວໂທດ. ຈົ່ງຍົກໂທດໃຫ້ຄົນອື່ນ ເພື່ອພວກເຈົ້າຈະໄດ້ຮັບການຍົກໂທດ.
ແຕ່ໂປໂລເວົ້າກັບພວກເຈົ້າໜ້າທີ່ວ່າ: “ພວກເຂົາໄດ້ຂ້ຽນພວກເຮົາໃນທີ່ສາທາລະນະໂດຍບໍ່ໄດ້ສືບສວນທັງທີ່ພວກເຮົາເອງກໍເປັນພົນລະເມືອງໂຣມ ແລະ ຈັບພວກເຮົາເຂົ້າຄຸກ ແລ້ວບັດນີ້ພວກເຂົາຢາກສົ່ງພວກເຮົາໃຫ້ອອກໄປຢ່າງງຽບໆຊັ້ນບໍ? ບໍ່ໄດ້! ໃຫ້ພວກເຂົາມາເອງ ແລະ ພາພວກເຮົາອອກໄປ”.