Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ແລ້ວ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຜູ້​ນີ້​ມາ​ພົບ​ເຮົາ​ໃນ​ຖານະ​ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ກະບົດ. ເຮົາ​ໄດ້​ສືບສວນ​ຕໍ່ໜ້າ​ພວກທ່ານ​ແລ້ວ ແລະ ບໍ່​ເຫັນ​ຄວາມຜິດ​ໃດ​ວ່າ​ຊາຍ​ຄົນ​ນີ້​ຜິດ​ຕາມ​ຂໍ້ກ່າວຫາ​ຂອງ​ພວກທ່ານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຄົນ​ນີ້​ມາ ແລະ​ກ່າວຫາ​ວ່າ ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ຫລົງ​ຜິດ ບັດນີ້ ເຮົາ​ສືບສວນ​ລາວ​ຊ້ອງໜ້າ​ພວກເຈົ້າ​ແລ້ວ ແລະ​ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຂໍ້ໃດ​ຂໍ້ໜຶ່ງ ຕາມ​ທີ່​ພວກເຈົ້າ​ກ່າວຫາ​ລາວ​ນັ້ນ​ແຕ່​ປະການ​ໃດ.

Uka jalj uñjjattʼäta Copia luraña




ລູກາ 23:14
10 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”


ລາວ​ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ບາບ, ເພາະ​ຂ້ານ້ອຍ​ໄດ້​ທໍລະຍົດ​ຕໍ່​ເລືອດ​ຂອງ​ຜູ້ບໍລິສຸດ”. ພວກເຂົາ​ຕອບ​ວ່າ, “ແລ້ວ​ກ່ຽວຂ້ອງ​ຫຍັງ​ກັບ​ພວກເຮົາ? ນັ້ນ​ເປັນ​ຄວາມຮັບຜິດຊອບ​ຂອງ​ເຈົ້າ​ເອງ”.


ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”


ເຖິງ​ແມ່ນ​ວ່າ​ພວກເຂົາ​ຫາ​ເຫດ​ໃຫ້​ຮັບ​ໂທດ​ປະຫານ​ບໍ່​ໄດ້​ກໍ​ຕາມ, ພວກເຂົາ​ກໍ​ຍັງ​ຮ້ອງຂໍ​ໃຫ້​ປີລາດ​ຂ້າ​ພຣະອົງ.


ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.


ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka