13 ປີລາດເອີ້ນພວກຫົວໜ້າປະໂລຫິດ, ພວກຜູ້ປົກຄອງ ແລະ ປະຊາຊົນມາປະຊຸມກັນ,
13 ແລ້ວປີລາດກໍເອີ້ນພວກຫົວໜ້າປະໂຣຫິດ ບັນດາຜູ້ນຳ ແລະປະຊາຊົນມາປະຊຸມກັນ
ປີລາດຈຶ່ງຖາມວ່າ, “ເປັນຫຍັງ? ລາວໄດ້ກໍ່ອາດຊະຍາກຳຫຍັງ?” ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!”
ປະຊາຊົນກໍພາກັນຢືນເບິ່ງຢູ່ທີ່ນັ້ນ ແລະ ພວກຜູ້ປົກຄອງໄດ້ເວົ້າເຢາະເຢີ້ຍພຣະອົງວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ກໍໃຫ້ລາວຊ່ວຍຕົນເອງຖ້າລາວເປັນພຣະຄຣິດເຈົ້າຂອງພຣະເຈົ້າຜູ້ທີ່ພຣະອົງເລືອກໄວ້”.
ພວກຫົວໜ້າປະໂລຫິດ ແລະ ພວກຜູ້ປົກຄອງຂອງພວກເຮົາໄດ້ມອບພຣະອົງໄວ້ໃຫ້ຮັບໂທດເຖິງຕາຍ, ພວກເຂົາຄຶງພຣະອົງໄວ້ທີ່ໄມ້ກາງແຂນ,
ເຖິງຢ່າງໃດ ໃນເວລາດຽວກັນນັ້ນເຖິງວ່າໃນທ່າມກາງພວກຜູ້ນຳກໍມີຫລາຍຄົນໄດ້ເຊື່ອໃນພຣະອົງ. ແຕ່ພວກເຂົາບໍ່ຍອມຮັບຄວາມເຊື່ອຂອງຕົນຢ່າງເປີດເຜີຍເພາະຢ້ານຈະຖືກພວກຟາຣີຊາຍໄລ່ອອກຈາກທຳມະສາລາ,
ປີລາດຖາມວ່າ, “ຄວາມຈິງນັ້ນແມ່ນຫຍັງ?” ເມື່ອປີລາດຖາມດັ່ງນັ້ນແລ້ວເພິ່ນກໍອອກມາຫາພວກຢິວອີກ ແລະ ບອກພວກເຂົາວ່າ, “ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້.
ປີລາດໄດ້ອອກໄປອີກເທື່ອໜຶ່ງ ແລະ ກ່າວກັບພວກຢິວວ່າ, “ເບິ່ງແມ ເຮົາກຳລັງນຳໂຕລາວອອກມາໃຫ້ພວກທ່ານເພື່ອພວກທ່ານຈະໄດ້ຮູ້ວ່າເຮົາບໍ່ພົບຄວາມຜິດຈັກຢ່າງໃນຄົນນີ້”.
ມີຟາຣີຊາຍຄົນໜຶ່ງຊື່ນີໂກເດມ, ເປັນສະມາຊິກສະພາການປົກຄອງຂອງຢິວ,
ລາວຢູ່ທີ່ນີ້ ແລະ ກຳລັງເວົ້າຢູ່ຢ່າງເປີດເຜີຍ ແລະ ພວກເຂົາກໍບໍ່ໄດ້ເວົ້າຫຍັງກັບລາວຈັກຄຳ. ພວກຜູ້ມີອຳນາດສະຫລຸບໄດ້ແນ່ນອນແລ້ວແມ່ນບໍວ່າລາວເປັນພຣະຄຣິດເຈົ້າ?
ມີພວກຜູ້ນຳ ຫລື ພວກຟາຣີຊາຍຄົນໃດແດ່ທີ່ໄດ້ເຊື່ອໃນລາວ?
ຊາວເຢຣູຊາເລັມ ແລະ ພວກຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ວ່າພຣະເຢຊູເຈົ້າຄືຜູ້ໃດ, ແຕ່ໃນການຕັດສິນລົງໂທດພຣະອົງນັ້ນ ພວກເຂົາກໍໄດ້ເຮັດຕາມຄຳຂອງຜູ້ທຳນວາຍທີ່ພວກເຂົາໄດ້ອ່ານຢູ່ທຸກວັນຊະບາໂຕ.
“ມາບັດນີ້ ພີ່ນ້ອງຊາວອິດສະຣາເອນ ຂ້າພະເຈົ້າຮູ້ແລ້ວວ່າສິ່ງທີ່ພວກທ່ານໄດ້ເຮັດໄປຕາມຄວາມບໍ່ຮູ້ ພວກຜູ້ນຳຂອງພວກທ່ານກໍເຮັດເໝືອນກັນ.
ໃນມື້ຕໍ່ມາພວກຜູ້ນຳ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໄດ້ມາປະຊຸມກັນທີ່ເຢຣູຊາເລັມ.
ແລ້ວເປໂຕ, ຜູ້ທີ່ເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າກໍກ່າວແກ່ພວກເຂົາວ່າ: “ຮຽນບັນດາທ່ານຜູ້ນຳປະຊາຊົນ ແລະ ບັນດາເຖົ້າແກ່ທີ່ນັບຖື!