Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຫລັງຈາກນັ້ນ ເຮໂຣດ​ກັບ​ບັນດາ​ທະຫານ​ຂອງ​ຕົນ​ກໍ​ໄດ້​ເຢາະເຢີ້ຍ ແລະ ໄດ້​ດູໝິ່ນ​ພຣະອົງ, ເອົາ​ເສື້ອຄຸມ​ທີ່​ສະຫງ່າງາມ​ມາ​ນຸ່ງ​ໃຫ້​ພຣະອົງ ແລ້ວ​ສົ່ງ​ພຣະອົງ​ກັບ​ຄືນ​ໄປ​ຫາ​ປີລາດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຝ່າຍ​ເຮໂຣດ​ກັບ​ທະຫານ​ຂອງຕົນ​ຕ່າງ​ກໍ​ເຢາະເຢີ້ຍ ແລະ​ດູໝິ່ນ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອ​ໂຕ​ທີ່​ງົດງາມ​ໃຫ້​ພຣະອົງ​ນຸ່ງ ແລະ​ສົ່ງ​ພຣະອົງ​ຄືນ​ໄປ​ຫາ​ປີລາດ.

Uka jalj uñjjattʼäta Copia luraña




ລູກາ 23:11
16 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ເຮໂຣດ​ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ຊື່​ສຽງ​ຂອງ​ພຣະເຢຊູເຈົ້າ


ເວລາ​ນີ້​ເຮໂຣດ​ໄດ້​ຈັບ ແລະ ມັດ​ໂຢຮັນ​ແລ້ວ​ຂັງ​ເພິ່ນ​ໄວ້​ໃນ​ຄຸກ ດ້ວຍ​ສາເຫດ​ທີ່​ນາງ​ເຮໂຣເດຍ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ,


ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ, ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ມາ​ຟ້ອນ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ ແລະ ເຮັດໃຫ້​ເຮໂຣດ​ພໍໃຈ​ຫລາຍ.


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຖືກ​ແລ້ວ, ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ເຮັດ​ໃຫ້​ທຸກສິ່ງ​ກັບ​ຄືນ​ສູ່​ສະພາບເດີມ. ດ້ວຍເຫດໃດ​ຈຶ່ງ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ​ບຸດມະນຸດ​ຈະ​ຖືກ​ທົນທຸກທໍລະມານ​ຢ່າງ​ໜັກໜ່ວງ ແລະ ຖືກ​ປະຕິເສດ?


ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ກໍ​ຢືນ​ຢູ່​ທີ່​ນັ້ນ ແລະ ກ່າວຫາ​ພຣະອົງ​ຢ່າງ​ຮຸນແຮງ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ມາ ພຣະອົງ​ສວມ​ມົງກຸດ​ໜາມ ແລະ ເສື້ອຄຸມ​ສີມ່ວງ, ປີລາດ​ກ່າວ​ກັບ​ພວກເຂົາ​ວ່າ, “ລາວ​ຢູ່​ບ່ອນນີ້​ແລ້ວ!”


ສົມມຸດ​ວ່າ​ມີ​ຊາຍ​ຄົນ​ໜຶ່ງ​ໃສ່ແຫວນຄຳ ແລະ ແຕ່ງກາຍ​ງົດງາມ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ຂອງ​ພວກເຈົ້າ ແລະ ມີ​ຄົນ​ທຸກຍາກ​ຄົນ​ໜຶ່ງ​ແຕ່ງກາຍ​ດ້ວຍ​ເຄື່ອງນຸ່ງ​ເກົ່າ​ເປື້ອນເປິ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ເໝືອນກັນ.


ຖ້າ​ພວກເຈົ້າ​ໃຫ້​ຄວາມສົນໃຈ​ແກ່​ຄົນ​ທີ່​ແຕ່ງກາຍ​ງົດງາມ​ເປັນ​ພິເສດ ແລະ ກ່າວ​ວ່າ, “ນີ້​ເປັນ​ບ່ອນນັ່ງ​ທີ່​ດີ​ສຳລັບ​ທ່ານ” ແຕ່​ກ່າວ​ກັບ​ຄົນ​ທຸກຍາກ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ບ່ອນ​ນີ້” ຫລື ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ພື້ນ​ໃກ້​ຕີນ​ຂອງ​ເຮົາ”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka