5 ຄົນເຫລົ່ານັ້ນຕ່າງກໍດີໃຈ ແລະ ຕົກລົງວ່າຈະເອົາເງິນໃຫ້ລາວ.
5 ຄົນເຫຼົ່ານັ້ນຕ່າງກໍດີໃຈ ແລະຕົກລົງວ່າຈະເອົາເງິນໃຫ້ລາວ.
ແລະ ຢູດາຈຶ່ງໄດ້ອອກໄປພົບພວກຫົວໜ້າປະໂລຫິດ ແລະ ນາຍທະຫານເຝົ້າຍາມວິຫານ ແລະ ປຶກສາກັບພວກເຂົາວ່າລາວຈະມອບພຣະເຢຊູເຈົ້າໃຫ້ພວກເຂົາໄດ້ຢ່າງໃດ.
ສ່ວນຢູດາກໍຕົກລົງຕາມນັ້ນ ແລະ ຊອກຫາໂອກາດທີ່ຈະມອບພຣະອົງໃຫ້ພວກເຂົາເມື່ອປະຊາຊົນບໍ່ຢູ່ທີ່ນັ້ນ.
(ຢູດາໄດ້ນຳເງິນທີ່ໄດ້ມາຈາກການເຮັດຊົ່ວຂອງຕົນໄປຊື້ດິນຕອນໜຶ່ງ, ລາວໄດ້ລົ້ມລົງຫົວຟາດພື້ນຢູ່ທີ່ນັ້ນ ເລົາຄີງແຕກໄສ້ໄຫລອອກມາໝົດ.
ເປໂຕຕອບວ່າ: “ຂໍໃຫ້ເງິນຂອງເຈົ້າຈິບຫາຍໄປພ້ອມກັບເຈົ້າ, ເພາະເຈົ້າຄິດວ່າເຈົ້າສາມາດຊື້ຂອງປະທານຈາກພຣະເຈົ້າດ້ວຍເງິນ!
ພວກເຂົາປະຖິ້ມທາງທີ່ຊື່ ແລະ ຫລົງໄປຕາມທາງຂອງບາລາອາມລູກຂອງເບອໍ ຜູ້ທີ່ມັກຄ່າຈ້າງຂອງຄວາມຊົ່ວຮ້າຍ.
ດ້ວຍຄວາມໂລບຂອງພວກເຂົານັ້ນ ພວກຄູສອນເຫລົ່ານີ້ຈະແຕ່ງເລື່ອງຕ່າງໆຂຶ້ນມາເພື່ອຂູດຮີດພວກເຈົ້າ. ຄຳພິພາກສາລົງໂທດຂອງພວກເຂົາກໍຖືກຫ້ອຍຢູ່ເທິງພວກເຂົາດົນນານມາແລ້ວ ແລະ ຄວາມຈິບຫາຍຂອງພວກເຂົາກໍບໍ່ໄດ້ຫລັບຢູ່.
ວິບັດແກ່ພວກເຂົາ! ພວກເຂົາໄດ້ດຳເນີນຕາມແນວທາງຂອງກາອິນ ພວກເຂົາໄດ້ປ່ອຍໃຫ້ຕົນເອງເຂົ້າສູ່ຄວາມຜິດພາດຂອງບາລາອາມ ເພາະເຫັນແກ່ຜົນປະໂຫຍດ ພວກເຂົາໄດ້ຖືກທຳລາຍໄປໃນການກະບົດຂອງໂກຣາ.