Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:43 - ພຣະຄຳພີລາວສະບັບສະໄໝໃໝ່

43 ແລ້ວ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຈາກ​ສະຫວັນ​ມາ​ປາກົດ​ແກ່​ພຣະອົງ ແລະ ຊູ​ກຳລັງ​ພຣະອົງ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

43 ແລ້ວ​ມີ​ເທວະດາ​ຕົນ​ໜຶ່ງ ຈາກ​ສະຫວັນ​ມາ​ປາກົດ​ແກ່​ພຣະອົງ ຊູ​ກຳລັງ​ພຣະອົງ​ຂຶ້ນ.

Uka jalj uñjjattʼäta Copia luraña




ລູກາ 22:43
16 Jak'a apnaqawi uñst'ayäwi  

ເຈົ້າ​ຄິດ​ວ່າ​ເຮົາ​ບໍ່​ສາມາດ​ຮ້ອງຂໍ​ພຣະບິດາ​ຂອງ​ເຮົາ ແລະ ພຣະອົງ​ຈະ​ໃຫ້​ເທວະດາ​ຫລາຍ​ກວ່າ​ສິບສອງ​ກອງ​ມາ​ຊ່ວຍ​ເຮົາ​ທັນທີ​ບໍ?


ແລ້ວ​ມານຮ້າຍ​ກໍ​ຈາກ​ພຣະອົງ​ໄປ ແລະ ບັນດາ​ເທວະດາ​ກໍ​ໄດ້​ມາ​ຮັບໃຊ້​ພຣະອົງ.


ມານ​ຮ້າຍ​ໄດ້​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ໂດດ​ລົງ​ໄປ. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ພວກ​ເທວະດາ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ທ່ານ, ແລະ ຝູງ​ເທວະດາ​ເຫລົ່ານັ້ນ​ຈະ​ໃຊ້​ມື​ຂອງ​ຕົນ​ອູ້ມ​ທ່ານ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ທ່ານ​ຕຳ​ກ້ອນຫີນ’”.


ແຕ່​ຊີໂມນ​ເອີຍ ເຮົາ​ໄດ້​ອະທິຖານ​ເພື່ອ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ລົ້ມເຫລວ ແລະ ເມື່ອ​ເຈົ້າ​ຫັນ​ຄືນ​ກັບ​ມາ​ແລ້ວ ຈົ່ງ​ຊູ​ກຳລັງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ”.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”.


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka