Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:42 - ພຣະຄຳພີລາວສະບັບສະໄໝໃໝ່

42 “ພຣະບິດາເຈົ້າ​ເອີຍ, ຖ້າ​ເປັນ​ພຣະອົງ​ຍິນດີ ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ; ແຕ່​ເຖິງຢ່າງໃດ​ກໍ​ຕາມ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ສຳເລັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ພຣະອົງ​ຊົງ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ຖ້າ​ເປັນ​ຄວາມປະສົງ​ຂອງ​ພຣະອົງ​ແລ້ວ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ເລື່ອນ​ໄປ​ຈາກ​ລູກ​ທ້ອນ, ແຕ່​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະບິດາເຈົ້າ​ເທີ້ນ.”

Uka jalj uñjjattʼäta Copia luraña




ລູກາ 22:42
21 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ແມ່ນ​ແລ້ວ ພຣະບິດາເຈົ້າ​ເອີຍ, ເພາະ​ພຣະອົງ​ພໍໃຈ​ຢ່າງ​ນັ້ນ.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ, ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ກຳລັງ​ຈະ​ດື່ມ​ນັ້ນ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ດື່ມ​ໄດ້”.


ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ​ໝູບ​ໜ້າ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຈອກ​ນີ້​ຜ່ານພົ້ນ​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ພຣະອົງ​ໄດ້​ໄປ​ອີກ​ເປັນ​ເທື່ອ​ທີ​ສອງ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ຈອກ​ນີ້​ບໍ່​ອາດ​ຜ່ານພົ້ນ​ໄປ ແລະ ຂ້ານ້ອຍ​ຈໍາເປັນ​ຕ້ອງ​ດື່ມ​ຈອກ​ນີ້ ກໍ​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ພຣະອົງ​ຈຶ່ງ​ປະ​ພວກເພິ່ນ​ໄວ້​ແລ້ວ​ໄປ​ອີກ ແລະ ອະທິຖານ​ເປັນ​ເທື່ອ​ທີສາມ ໂດຍ​ກ່າວ​ສິ່ງ​ດຽວ​ກັນ.


ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່, ຂໍ​ໃຫ້​ຄວາມ​ປະສົງ​ຂອງ​ພຣະອົງ​ສຳເລັດ, ໃນ​ສະຫວັນ​ເປັນ​ຢ່າງ​ໃດ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນດິນໂລກ.


ພຣະອົງ​ກ່າວ​ວ່າ, “ອັບບາ ພຣະບິດາເຈົ້າ​ເອີຍ, ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ພຣະອົງ. ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ເກັບ​ໃສ່​ຝັກ​ໄວ້​ສາ! ເຮົາ​ຈະ​ບໍ່​ດື່ມ​ຈອກ​ທີ່​ພຣະບິດາເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ບໍ?”


ພຣະເຢຊູເຈົ້າ​ກ່າວ​ວ່າ, “ອາຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ແລະ ເຮັດ​ພັນທະກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ.


ເຮົາ​ເຮັດ​ສິ່ງໃດ​ຕາມໃຈ​ເຮົາ​ເອງ​ບໍ່​ໄດ້, ເຮົາ​ພິພາກສາ​ຕາມ​ທີ່​ເຮົາ​ໄດ້​ຍິນ​ເທົ່ານັ້ນ ແລະ ຄຳພິພາກສາ​ຂອງ​ເຮົາ​ກໍ​ຍຸຕິທຳ, ເພາະ​ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເອງ​ພໍໃຈ ແຕ່​ເຮັດ​ໃຫ້​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ພໍໃຈ.


ເພາະວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ​ບໍ່​ແມ່ນ​ເພື່ອ​ເຮັດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


ເມື່ອ​ພວກເຮົາ​ບໍ່​ສາມາດ​ຊັກຊວນ​ໃຫ້​ເພິ່ນ​ປ່ຽນໃຈ​ແລ້ວ, ພວກເຮົາ​ຈຶ່ງ​ຢຸດ​ຂໍຮ້ອງ​ເພິ່ນ ແລະ ເວົ້າວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka