Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແລະ ຢູດາ​ຈຶ່ງ​ໄດ້​ອອກ​ໄປ​ພົບ​ພວກ​ຫົວໜ້າ​ປະໂລຫິດ ແລະ ນາຍທະຫານ​ເຝົ້າຍາມ​ວິຫານ ແລະ ປຶກສາ​ກັບ​ພວກເຂົາ​ວ່າ​ລາວ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ໄດ້​ຢ່າງໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ດັ່ງນັ້ນ ຢູດາ​ຈຶ່ງ​ອອກ​ໄປ​ປຶກສາ​ກັບ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ນາຍ​ທະຫານ​ເຝົ້າ​ຍາມ​ພຣະວິຫານ ເຖິງ​ວິທີ​ທີ່​ຕົນ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ໄດ້​ຢ່າງ​ໃດ.

Uka jalj uñjjattʼäta Copia luraña




ລູກາ 22:4
9 Jak'a apnaqawi uñst'ayäwi  

ຕໍ່ມາ ຜູ້​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ ມີ​ຊື່​ວ່າ​ຢູດາ​ອິດສະກາຣີອົດ​ກໍ​ໄດ້​ໄປ​ພົບ​ພວກຫົວໜ້າ​ປະໂລຫິດ


ຄົນ​ເຫລົ່ານັ້ນ​ຕ່າງ​ກໍ​ດີໃຈ ແລະ ຕົກລົງ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ.


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກ​ຫົວໜ້າ​ປະໂລຫິດ, ພວກນາຍທະຫານ​ເຝົ້າຍາມ​ວິຫານ ແລະ ພວກ​ເຖົ້າແກ່​ທີ່​ມາ​ຈັບ​ພຣະອົງ​ນັ້ນ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ?


ຂະນະ​ທີ່​ເປໂຕ ແລະ ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ບັນດາ​ປະໂລຫິດ, ຫົວໜ້າ​ເຝົ້າ​ຍາມ​ວິຫານ ແລະ ພວກ​ຊາດູກາຍ​ກໍ​ໄດ້​ມາ​ຫາ​ພວກເພິ່ນ.


ເມື່ອ​ຫົວໜ້າ​ຄົນຍາມ​ວິຫານ ແລະ ຫົວໜ້າ​ປະໂລຫິດ​ໄດ້​ຍິນ​ລາຍງານ​ນີ້​ແລ້ວ​ກໍ​ງົງ, ປະຫລາດໃຈ​ວ່າ​ເລື່ອງ​ນີ້​ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ.


ຫົວໜ້າ​ຍາມ​ວິຫານ​ກັບ​ເຈົ້າໜ້າທີ່​ຂອງ​ຕົນ​ຈຶ່ງ​ພາກັນ​ອອກ​ໄປ ແລະ ນຳ​ເອົາ​ພວກ​ອັກຄະສາວົກ​ກັບ​ມາ. ພວກເຂົາ​ບໍ່​ໄດ້​ໃຊ້​ກຳລັງ, ເພາະ​ພວກເຂົາ​ຢ້ານ​ຖືກ​ປະຊາຊົນ​ແກວ່ງ​ກ້ອນຫີນ​ໃສ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka