Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ພະຍາຍາມ​ຊອກຫາ​ທາງ​ທີ່​ຈະ​ກຳຈັດ​ພຣະເຢຊູເຈົ້າ ແຕ່​ພວກເຂົາ​ກໍ​ຢ້ານ​ປະຊາຊົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຢ້ານ​ປະຊາຊົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຊອກ​ຊ່ອງທາງ​ເພື່ອ​ຂ້າ​ພຣະເຢຊູເຈົ້າ​ຢ່າງ​ປິດລັບ.

Uka jalj uñjjattʼäta Copia luraña




ລູກາ 22:2
12 Jak'a apnaqawi uñst'ayäwi  

ແຕ່​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ວາງແຜນ​ວ່າ​ພວກເຂົາ​ຈະ​ຂ້າ​ພຣະເຢຊູເຈົ້າ​ໄດ້​ຢ່າງໃດ.


“ແຕ່​ເມື່ອ​ພວກ​ຄົນເຊົ່າສວນ​ເຫັນ​ຜູ້​ເປັນ​ລູກຊາຍ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ຄື​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ມັນ​ແລ້ວ​ຢຶດ​ເອົາ​ມໍລະດົກ​ຂອງ​ມັນ’.


“ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ”.


ບັດນີ້ ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຕ່າງ​ກໍ​ກຳລັງ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.


ພວກ​ຄູສອນກົດບັນຍັດ ແລະ ພວກຫົວໜ້າ​ປະໂລຫິດ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ​ທັນທີ ເພາະ​ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ.


ຝ່າຍ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ອອກ​ຄຳສັ່ງ​ໄວ້​ວ່າ​ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ບ່ອນ​ໃດ​ໃຫ້​ມາ​ລາຍງານ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ໄປ​ຈັບ​ພຣະອົງ.


ຄວາມຈິງ​ແລ້ວ ເຮໂຣດ ແລະ ປົນທຽວ​ປີລາດ​ໄດ້​ມາ​ພົບປະ​ກັນ​ກັບ​ຄົນຕ່າງຊາດ ແລະ ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ນີ້ ເພື່ອ​ຮ່ວມ​ກັນ​ຕໍ່ສູ້​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka