Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ​ອີກ​ຈົນ​ກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ເຮົາ​ບອກ​ພວກເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ ຈົນກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ປາກົດ.”

Uka jalj uñjjattʼäta Copia luraña




ລູກາ 22:18
22 Jak'a apnaqawi uñst'ayäwi  

ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ, ເຈົ້າ​ຄື​ເປໂຕ ແລະ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງ​ເຮົາ​ຂຶ້ນ ແລະ ປະຕູ​ແຫ່ງ​ແດນມໍລະນາ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່​ໄດ້.


ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ໝາກອະງຸ່ນ​ນີ້​ອີກ​ຈົນ​ກວ່າ​ຈະ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ດື່ມ​ນໍ້າອະງຸ່ນໃໝ່​ຮ່ວມ​ກັບ​ພວກເຈົ້າ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ເຮົາ”.


ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຍື່ນ​ຈອກ​ນັ້ນ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ທຸກຄົນ​ກໍ​ດື່ມ​ຈາກ​ຈອກ​ນັ້ນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ໝາກອະງຸ່ນ​ນີ້​ອີກ​ຈົນ​ຈະ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ດື່ມ​ນໍ້າອະງຸ່ນໃໝ່​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ແລ້ວ​ພວກເຂົາ​ໄດ້​ເອົາ​ເຫລົ້າອະງຸ່ນ​ປະສົມ​ກັບ​ຢາງໄມ້ຫອມ​ຊະນິດ​ໜຶ່ງ​ໃຫ້​ພຣະເຢຊູເຈົ້າ​ດື່ມ, ແຕ່​ພຣະອົງ​ບໍ່​ຍອມ​ດື່ມ.


ແລະ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຂອງ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ລິດອຳນາດ”.


ຢ່າງ​ດຽວ​ກັນ, ເມື່ອ​ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້​ເກີດຂຶ້ນ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ໃກ້​ເຂົ້າ​ມາ​ແລ້ວ.


ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ປັດສະຄາ​ນີ້​ອີກ​ຈົນ​ກວ່າ​ປັດສະຄາ​ນີ້​ຈະ​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ”.


ເພາະ​ພຣະອົງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຮົາ​ອອກມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ ໄດ້​ນຳ​ພວກເຮົາ​ເຂົ້າ​ມາ​ສູ່​ອານາຈັກ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka