Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ປັດສະຄາ​ນີ້​ອີກ​ຈົນ​ກວ່າ​ປັດສະຄາ​ນີ້​ຈະ​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ອາຫານ​ນີ້​ອີກ ຈົນກວ່າ​ຄວາມ​ໝາຍ​ຂອງ​ເລື່ອງ​ນີ້ ຈະ​ເຖິງ​ທີ່​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña




ລູກາ 22:16
11 Jak'a apnaqawi uñst'ayäwi  

ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ນາຍ​ກັບ​ມາ​ແລ້ວ​ພົບ​ວ່າ​ພວກເຂົາ​ກຳລັງ​ຄອຍຖ້າ​ຢູ່. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ແຕ່ງກາຍ​ຂອງ​ຕົນ​ໃຫ້​ພ້ອມ​ທີ່​ຈະ​ຮັບໃຊ້ ແລະ ໃຫ້​ຄົນຮັບໃຊ້​ເຫລົ່ານັ້ນ​ນັ່ງລົງ​ທີ່​ໂຕະ ແລ້ວ​ນາຍ​ຈະ​ມາ​ຄອຍ​ບົວລະບັດ​ພວກເຂົາ.


ເມື່ອ​ຜູ້​ໜຶ່ງ​ໃນ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ນັ່ງ​ຮ່ວມ​ໂຕະອາຫານ​ກັບ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ, ລາວ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະພອນ​ມີ​ແກ່​ຜູ້​ທີ່​ໄດ້​ຮ່ວມ​ກິນ​ທີ່​ງານລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ປາຖະໜາ​ຫລາຍ​ທີ່​ຈະ​ກິນ​ປັດສະຄາ​ນີ້​ຮ່ວມ​ກັບ​ພວກເຈົ້າ​ກ່ອນ​ທີ່​ເຮົາ​ຈະ​ທົນທຸກທໍລະມານ.


ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ​ອີກ​ຈົນ​ກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ”.


ເພື່ອ​ພວກເຈົ້າ​ຈະ​ຮ່ວມ​ກິນ ແລະ ດື່ມ​ທີ່​ໂຕະ​ຂອງ​ເຮົາ​ໃນ​ອານາຈັກ​ຂອງ​ເຮົາ ແລະ ນັ່ງ​ເທິງ​ບັນລັງ, ຕັດສິນ​ອິດສະຣາເອນ​ສິບສອງ​ເຜົ່າ.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka