Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 21:25 - ພຣະຄຳພີລາວສະບັບສະໄໝໃໝ່

25 “ຈະ​ມີ​ໝາຍສຳຄັນ​ທີ່​ດວງອາທິດ, ດວງເດືອນ ແລະ ດວງດາວ​ທັງຫລາຍ. ຊົນຊາດ​ຕ່າງໆ​ໃນ​ໂລກ​ນີ້​ຈະ​ຕົກ​ຢູ່​ໃນ​ຄວາມທຸກທໍລະມານ ແລະ ຄວາມວຸ້ນວາຍ​ເພາະ​ເກີດ​ສຽງ​ກ້ອງກັງວານ ແລະ ເກີດ​ຄວາມປັ່ນປ່ວນ​ໃນ​ທ້ອງ​ທະເລ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 “ຈະ​ມີ​ໝາຍສຳຄັນ​ໃນ​ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງປວງ ແລະ​ຈະ​ມີ​ຄວາມ​ທຸກຮ້ອນ​ເທິງ​ແຜ່ນດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ ເພາະ​ສຽງ​ກ້ອງ​ອັນ​ໃຫຍ່ຫລວງ​ຂອງ​ທະເລ​ແລະ​ຟອງຄື້ນ.

Uka jalj uñjjattʼäta Copia luraña




ລູກາ 21:25
26 Jak'a apnaqawi uñst'ayäwi  

“ໃນ​ທັນໃດ​ນັ້ນ ຫລັງຈາກ​ວັນ​ແຫ່ງ​ຄວາມທຸກລຳບາກ​ເຫລົ່ານີ້, “‘ດວງອາທິດ​ຈະ​ມືດ​ໄປ ແລະ ດວງເດືອນ​ຈະ​ບໍ່​ສ່ອງແສງ ດວງດາວ​ທັງຫລາຍ​ຈະ​ຕົກ​ຈາກ​ທ້ອງຟ້າ ແລະ ສະຫວັນ​ຈະ​ສັ່ນສະເທືອນ’.


ແລ້ວ​ກໍ​ເກີດ​ຄວາມມືດມົວ​ທົ່ວ​ແຜ່ນດິນ​ຕັ້ງແຕ່​ເວລາ​ຕອນທ່ຽງ​ຈົນ​ເຖິງ​ບ່າຍ​ສາມ​ໂມງ.


“ແຕ່​ໃນ​ວັນ​ເຫລົ່ານັ້ນ, ຫລັງ​ຈາກ​ຄວາມທຸກລຳບາກ “‘ດວງອາທິດ​ຈະ​ມືດ​ໄປ ແລະ ດວງເດືອນ​ຈະ​ບໍ່​ສ່ອງແສງ,


“ເມື່ອ​ນັ້ນ​ຄົນ​ທັງຫລາຍ​ຈະ​ເຫັນ​ບຸດມະນຸດ​ມາ​ໃນ​ເມກ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່.


ເມື່ອ​ເຖິງ​ເວລາ​ຕອນທ່ຽງ ທົ່ວ​ແຜ່ນດິນ​ກໍ​ເກີດ​ຄວາມມືດມົວ​ຈົນ​ເຖິງ​ບ່າຍ​ສາມ​ໂມງ.


ພວກເຂົາ​ທັງຫລາຍ​ຈະ​ລົ້ມຕາຍ​ດ້ວຍ​ຄົມດາບ ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ ຖືກ​ນຳ​ໄປ​ຍັງ​ທົ່ວ​ທຸກ​ປະເທດ. ຄົນຕ່າງຊາດ​ຈະ​ຢຽບຢ່ຳ​ເຢຣູຊາເລັມ​ຈົນ​ຄົບ​ເວລາ​ທີ່​ກຳນົດ​ຂອງ​ຄົນຕ່າງຊາດ.


ຄົນ​ທັງຫລາຍ​ຈະ​ສະຫລົບ​ໄປ​ເພາະ​ຄວາມຢ້ານ, ວິຕົກກັງວົນ​ກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ໂລກ ເພາະ​ສະຫວັນ​ຈະ​ສັ່ນສະເທືອນ.


ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າສະຫວັນ​ເບື້ອງເທິງ ແລະ ໝາຍສຳຄັນ​ທີ່​ແຜ່ນດິນໂລກ​ເບື້ອງລຸ່ມ, ຈະ​ມີ​ເລືອດ​ກັບ​ໄຟ ແລະ ມີ​ອາຍຄວັນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka