Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 21:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ໃນ​ວັນ​ເຫລົ່ານັ້ນ​ເປັນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ! ຈະ​ເກີດ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ໃນ​ແຜ່ນດິນ ແລະ ຈະ​ມີ​ຄວາມໂກດຮ້າຍ​ຕໍ່​ປະຊາຊົນ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ໃນ​ວັນ​ເຫຼົ່ານັ້ນ ຈະ​ທຸກ​ລຳບາກ​ທີ່ສຸດ​ສຳລັບ ແມ່ຍິງ​ຖືພາ ແລະ​ແມ່​ມີ​ລູກ​ອ່ອນ​ກິນ​ນົມ​ຢູ່ ປະຊາຊົນ​ໃນ​ດິນແດນ​ນີ້ ຈະ​ໄດ້​ຮັບ​ຄວາມ​ທຸກໂສກ​ໃຫຍ່​ທີ່ສຸດ ແລະ​ການ​ລົງໂທດ​ຂອງ​ພຣະເຈົ້າ​ກໍ​ຈະ​ຕົກ​ຖືກ​ປະຊາຊົນ​ນີ້.

Uka jalj uñjjattʼäta Copia luraña




ລູກາ 21:23
18 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ທີ່​ເດັກນ້ອຍ​ເຫລົ່ານັ້ນ​ກຳລັງ​ເວົ້າ​ກັນ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ໄດ້​ຍິນ​ແລ້ວ ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພົບ​ບໍ​ໃນ​ຄຳ​ທີ່​ວ່າ, “‘ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈັດ​ໃຫ້​ຄຳສັນເສີນ​ອັນ​ແທ້ຈິງ ອອກມາ​ຈາກ​ຮິມສົບ​ຂອງ​ເດັກນ້ອຍ ແລະ ເດັກອ່ອນ’”.


ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ນໍາ​ບັນດາ​ຄົນຊົ່ວ​ເຫລົ່ານັ້ນ​ໄປ​ສູ່​ຈຸດຈົບ​ທີ່​ຊົ່ວຮ້າຍ ແລະ ຍົກ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ ຜູ້​ທີ່​ຍອມ​ມອບ​ສ່ວນແບ່ງ​ຈາກ​ຜົນຜະລິດ​ຂອງ​ຕົນ​ໃຫ້​ເພິ່ນ​ເມື່ອ​ເຖິງ​ລະດູ​ເກັບກ່ຽວ”.


ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກໝຸ່ນ​ໄປ ແຕ່​ຖ້າ​ຫີນ​ນີ້​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກໝຸ່ນ​ໄປ​ເປັນ​ຕ່ອນໆ”.


ໃນ​ວັນ​ເຫລົ່ານັ້ນ​ເປັນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ.


ວັນ​ເຫລົ່ານັ້ນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ!


ຝ່າຍ​ພວກ​ສັດຕູ​ຂອງ​ເຮົາ​ທີ່​ບໍ່​ຕ້ອງການ​ໃຫ້​ເຮົາ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ ຂ້າ​ພວກເຂົາ​ຕໍ່ໜ້າ​ເຮົາ’”.


ວັນ​ເຫລົ່ານັ້ນ​ຈະ​ມາ​ເຖິງ​ເຈົ້າ ເມື່ອ​ສັດຕູ​ຂອງ​ເຈົ້າ​ຂຸດ​ຄູ​ກັ້ນ​ເພື່ອ​ໂຈມຕີ​ເຈົ້າ ແລະ ອ້ອມ​ເຈົ້າ​ໄວ້​ທຸກ​ດ້ານ.


ເພາະ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພວກເຈົ້າ​ຈະ​ກ່າວ​ວ່າ, ‘ພຣະພອນ​ມີ​ແກ່​ແມ່ຍິງ​ທີ່​ເປັນໝັນ, ມົດລູກ​ທີ່​ບໍ່​ເຄີຍ​ເກີດລູກ ແລະ ເຕົ້ານົມ​ທີ່​ບໍ່​ເຄີຍ​ໃຫ້​ນົມ​ລູກ!’


ເນື່ອງ​ຈາກ​ວິກິດການ​ໃນ​ປັດຈຸບັນ​ນີ້, ເຮົາ​ຄິດ​ວ່າ​ເປັນ​ການ​ດີ​ທີ່​ຜູ້ຊາຍ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນຢູ່​ນັ້ນ.


ໂດຍ​ການ​ພະຍາຍາມ​ຂັດຂວາງ​ພວກເຮົາ​ຈາກ​ການ​ກ່າວ​ແກ່​ຄົນຕ່າງຊາດ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍ​ການ​ກະທຳ​ນີ້ ພວກເຂົາ​ໄດ້​ສະສົມ​ຄວາມບາບ​ຂອງ​ພວກເຂົາ​ຂຶ້ນ​ຕະຫລອດ​ຈົນ​ເຖິງ​ຂີດ​ສູງສຸດ. ໃນ​ທີ່​ສຸດ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ພວກເຂົາ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄວາມດີ ແລະ ແບ່ງປັນ​ໃຫ້​ແກ່​ຜູ້ອື່ນ, ເພາະ​ພຣະເຈົ້າ​ພໍໃຈ​ເຄື່ອງບູຊາ​ຢ່າງ​ນີ້.


ບັດນີ້ ພວກເຈົ້າ​ຄົນຮັ່ງມີ​ເອີຍ ຈົ່ງ​ຟັງ​ສາ, ຈົ່ງ​ຮ້ອງໄຫ້ ແລະ ໂອ່ຍຄາງ​ຍ້ອນ​ຄວາມທຸກທໍລະມານ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ.


ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka