Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 21:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ຈົ່ງ​ຕັ້ງໝັ້ນຄົງ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ຊີວິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ພວກເຈົ້າ​ຈະ​ຮັກສາ​ຊີວິດ​ຈິດໃຈ​ຂອງ​ພວກເຈົ້າ​ໄວ້ ດ້ວຍ​ຄວາມ​ອົດທົນ​ພາກພຽນ​ຂອງ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ລູກາ 21:19
26 Jak'a apnaqawi uñst'ayäwi  

ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.


ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ


ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.


ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ຫລາຍກວ່ານັ້ນ​ອີກ ແຕ່​ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ຄວາມທຸກຍາກລໍາບາກ​ຂອງ​ພວກເຮົາ​ດ້ວຍ, ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ​ຄວາມທຸກຍາກລໍາບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ,


ຄວາມອົດທົນ​ເຮັດ​ໃຫ້​ພວກເຮົາ​ມີ​ລັກສະນະນິໄສ​ທີ່​ພິສູດ​ແລ້ວ​ວ່າ​ໃຊ້ການໄດ້ ແລະ ລັກສະນະນິໄສ​ຢ່າງນີ້​ເຮັດ​ໃຫ້​ມີ​ຄວາມຫວັງ


ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ຍັງ​ບໍ່​ມີ ພວກເຮົາ​ກໍ​ຈະ​ຄອຍຖ້າ​ສິ່ງ​ນັ້ນ​ດ້ວຍ​ຄວາມອົດທົນ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ນຳພາ​ຫົວໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຮັກ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມມານະອົດທົນ​ຂອງ​ພຣະຄຣິດເຈົ້າ.


ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້


ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ສະແດງ​ຄວາມພາກພຽນ​ອັນ​ດຽວ​ກັນ​ນີ້​ຈົນ​ເຖິງ​ທີ່ສຸດ, ເພື່ອ​ໃຫ້​ແນ່ໃຈ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ​ຢ່າງ​ຄົບຖ້ວນ.


ແລະ ຫລັງຈາກ​ທີ່​ຄອຍຖ້າ​ດ້ວຍ​ຄວາມອົດທົນ​ແລ້ວ, ອັບຣາຮາມ​ກໍ​ໄດ້​ຮັບ​ຕາມ​ທີ່​ໄດ້​ສັນຍາ​ໄວ້.


ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທົດລອງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ.


ຈົ່ງ​ໃຫ້​ຄວາມອົດທົນ​ບັນລຸ​ເຖິງ​ເປົ້າໝາຍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຜູ້​ໃຫຍ່​ຂຶ້ນ ແລະ ຄວບຖ້ວນ​ໂດຍ​ບໍ່​ຂາດ​ຫຍັງ.


ແລະ ເພີ່ມ​ການ​ບັງຄົບຕົນ​ເຂົ້າ​ກັບ​ຄວາມຮູ້, ເພີ່ມ​ຄວາມອົດທົນ​ເຂົ້າ​ກັບ​ການ​ບັງຄັບຕົນ, ເພີ່ມ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ເຂົ້າ​ກັບ​ຄວາມ​ບາກບັ່ນ


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.


ໃນ​ເລື່ອງ​ນີ້​ຄົນ​ຂອງ​ພຣະເຈົ້າ​ຜູ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ແລະ ຍັງ​ສັດຊື່​ຕໍ່​ພຣະເຢຊູເຈົ້າ​ຈະ​ຕ້ອງ​ມີ​ມານະອົດທົນ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka