13 ແລະ ພວກເຈົ້າຈະໄດ້ເປັນພະຍານໃຫ້ແກ່ເຮົາ.
13 ເຫດການນັ້ນ ຈະເກີດຂຶ້ນແກ່ພວກເຈົ້າ ເພື່ອພວກເຈົ້າຈະເປັນພະຍານ.
ຕັ້ງແຕ່ນັ້ນມາ ຢູດາກໍເຝົ້າຫາໂອກາດທີ່ຈະມອບພຣະເຢຊູເຈົ້າໃຫ້ແກ່ພວກເຂົາ.
ພີ່ນ້ອງທັງຫລາຍເອີຍ, ບັດນີ້ເຮົາຢາກໃຫ້ພວກເຈົ້າຮູ້ວ່າແທ້ຈິງແລ້ວສິ່ງທີ່ໄດ້ເກີດຂຶ້ນກັບເຮົານັ້ນ ກໍເພື່ອເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປ.
ໂດຍບໍ່ມີຄວາມຢ້ານກົວອັນໃດຕໍ່ບັນດາຜູ້ທີ່ຕໍ່ຕ້ານພວກເຈົ້າ. ນີ້ເປັນເຄື່ອງໝາຍໃຫ້ພວກເຂົາຮູ້ວ່າພວກເຂົາຈະຖືກທຳລາຍ, ແຕ່ວ່າພວກເຈົ້າຈະລອດພົ້ນໂດຍພຣະເຈົ້າ.
ທັງໝົດນີ້ເປັນຫລັກຖານວ່າການພິພາກສາຂອງພຣະເຈົ້ານັ້ນຖືກຕ້ອງ ແລະ ຜົນກໍຄືພວກເຈົ້າຈະໄດ້ຖືກນັບວ່າສົມຄວນກັບອານາຈັກຂອງພຣະເຈົ້າ ເຊິ່ງພວກເຈົ້າກຳລັງທົນທຸກຢູ່ເພື່ອອານາຈັກນັ້ນ.