Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 20:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ເພິ່ນ​ຈະ​ມາ ແລະ​ຂ້າ​ຄົນ​ເຊົ່າສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ຍົກ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.” ເມື່ອ​ຄົນ​ເຫຼົ່ານັ້ນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເກີດ​ເປັນ​ຢ່າງ​ນັ້ນ​ເທາະ.”

Uka jalj uñjjattʼäta Copia luraña




ລູກາ 20:16
24 Jak'a apnaqawi uñst'ayäwi  

ເມື່ອ​ໃກ້​ຈະ​ເຖິງ​ລະດູ​ເກັບກ່ຽວ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ຫາ​ພວກຄົນເຊົ່າສວນ​ເພື່ອ​ຮັບ​ຜົນລະປູກ​ຂອງ​ເພິ່ນ.


ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ນໍາ​ບັນດາ​ຄົນຊົ່ວ​ເຫລົ່ານັ້ນ​ໄປ​ສູ່​ຈຸດຈົບ​ທີ່​ຊົ່ວຮ້າຍ ແລະ ຍົກ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ ຜູ້​ທີ່​ຍອມ​ມອບ​ສ່ວນແບ່ງ​ຈາກ​ຜົນຜະລິດ​ຂອງ​ຕົນ​ໃຫ້​ເພິ່ນ​ເມື່ອ​ເຖິງ​ລະດູ​ເກັບກ່ຽວ”.


ກະສັດ​ຈຶ່ງ​ໂກດຮ້າຍ​ຫລາຍ ເພິ່ນ​ໄດ້​ສັ່ງ​ທະຫານ​ອອກໄປ​ທຳລາຍ​ຊີວິດ​ພວກ​ຄາດຕະກອນ​ເຫລົ່ານັ້ນ ແລະ ຈູດ​ເມືອງ​ຂອງ​ພວກເຂົາ.


“ພຣະເຢຊູເຈົ້າ​ຖາມ​ວ່າ ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ? ເພິ່ນ​ຈະ​ມາ​ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ.


ຝ່າຍ​ພວກ​ສັດຕູ​ຂອງ​ເຮົາ​ທີ່​ບໍ່​ຕ້ອງການ​ໃຫ້​ເຮົາ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ ຂ້າ​ພວກເຂົາ​ຕໍ່ໜ້າ​ເຮົາ’”.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ​ແລ້ວ​ຂ້າ​ລາວ. “ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ​ກັບ​ພວກ​ຄົນເຊົ່າສວນ?


ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.


ຖ້າ​ຢ່າງ​ນັ້ນ ເຮົາ​ຂໍ​ຖາມ​ວ່າ, ພຣະເຈົ້າ​ໄດ້​ປະຖິ້ມ​ຄົນ​ຂອງ​ພຣະອົງ​ແລ້ວ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ເຮົາ​ເອງ​ກໍ​ເປັນ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ມາ​ຈາກ​ເຜົ່າ​ເບັນຢາມິນ.


ເຮົາ​ຈຶ່ງ​ຖາມ​ອີກ​ວ່າ: ພວກເຂົາ​ສະດຸດ​ລົ້ມ​ຈົນ​ລຸກ​ບໍ່​ຂຶ້ນ​ບໍ? ບໍ່​ເປັນ​ຢ່າງນັ້ນ​ດອກ! ແຕ່​ຍ້ອນ​ການລ່ວງລະເມີດ​ຂອງ​ພວກເຂົາ, ຄວາມພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ​ເພື່ອ​ເຮັດ​ໃຫ້​ຄົນອິດສະຣາເອນ​ມີ​ໃຈ​ອິດສາ.


ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.


ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວ ແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”.


ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ, ພຣະເຈົ້າ​ຈະ​ພິພາກສາ​ໂລກ​ໄດ້​ຢ່າງໃດ?


ຖ້າ​ເປັນ​ເຊັ່ນ​ນີ້​ແລ້ວ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຈະ​ເຮັດບາບ​ເພາະ​ພວກເຮົາ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ​ແຕ່​ຢູ່​ພາຍໃຕ້​ພຣະຄຸນ​ບໍ? ຢ່າ​ໃຫ້​ເປັນ​ຢ່າງນັ້ນ​ເລີຍ!


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ຖ້າ​ເປັນ​ຢ່າງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງໃດ? ກົດບັນຍັດ​ຄື​ຄວາມບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ! ແທ້ຈິງ​ແລ້ວ​ຖ້າ​ບໍ່​ແມ່ນ​ເພາະ​ກົດບັນຍັດ​ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ບາບ ເພາະ​ຖ້າ​ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ວ່າ, “ຢ່າ​ໂລບ”. ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ຄວາມໂລບ.


ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ພຣະເຈົ້າ​ບໍ່ຍຸຕິທຳ​ບໍ? ບໍ່ແມ່ນ​ດອກ!


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ? ຖ້າ​ເປັນ​ດັ່ງນັ້ນ ສົມຄວນ​ບໍ​ທີ່​ເຮົາ​ຈະ​ເອົາ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ​ໄປ​ຜູກພັນ​ກັບ​ໂສເພນີ? ຢ່າ​ເປັນ​ຢ່າງນັ້ນ​ເລີຍ!


“ແຕ່​ຖ້າຫາກ​ວ່າ, ໃນ​ການ​ສະແຫວງຫາ​ເພື່ອ​ຈະ​ເປັນ​ຜູ້ຊອບທຳ​ໃນ​ພຣະຄຣິດເຈົ້າ, ພວກເຮົາ​ຊາວຢິວ​ກໍ​ພົບ​ວ່າ​ພວກເຮົາ​ເອງ​ກໍ​ຢູ່​ໃນ​ບັນດາ​ຄົນ​ບາບ​ເຫລົ່ານັ້ນ​ດ້ວຍ, ນັ້ນ​ບໍ່​ໄດ້​ໝາຍຄວາມ​ວ່າ​ພຣະຄຣິດເຈົ້າ​ສົ່ງເສີມ​ຄົນບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ!


ເຫດສະນັ້ນ ກົດບັນຍັດ​ໄດ້​ຂັດ​ກັບ​ສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ກົດບັນຍັດ​ທີ່​ຖືກ​ມອບ​ໃຫ້​ນັ້ນ​ສາມາດ​ໃຫ້​ຊີວິດ, ແລ້ວ​ຄວາມຊອບທຳ​ກໍ​ຈະ​ໄດ້​ມາ​ໂດຍ​ກົດບັນຍັດ​ແນ່ນອນ.


ຂໍ​ຢ່າ​ໃຫ້​ເຮົາ​ອວດອ້າງ​ສິ່ງໃດ​ຍົກເວັ້ນ​ໃນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ໂດຍ​ໄມ້ກາງແຂນ​ນັ້ນ​ໂລກ​ຖືກ​ຄຶງ​ໄວ້​ສຳລັບ​ເຮົາ​ແລ້ວ ແລະ ເຮົາ​ຖືກ​ຄຶງ​ໄວ້​ສຳລັບ​ໂລກ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka