Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 20:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ມື້​ໜຶ່ງ​ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ກຳລັງ​ປະກາດ​ຂ່າວປະເສີດ​ຢູ່​ນັ້ນ, ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ວັນ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ເທດສະໜາ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ພຣະວິຫານ ແລະ​ປະກາດ​ຂ່າວປະເສີດ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ພ້ອມ​ທັງ​ພວກ​ເຖົ້າແກ່​ໄດ້​ມາ​ຫາ​ພຣະອົງ.

Uka jalj uñjjattʼäta Copia luraña




ລູກາ 20:1
10 Jak'a apnaqawi uñst'ayäwi  

ໃນ​ຊົ່ວໂມງ​ນັ້ນ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ປະຊາຊົນ​ທັງຫລາຍ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ? ເຮົາ​ນັ່ງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ.


ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ເຈົ້າ​ມີ​ສິດອຳນາດ​ອັນ​ໃດ​ທີ່​ເຮັດ​ສິ່ງ​ເຫລົ່ານີ້? ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ ບ້ານ​ຕ່າງໆ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ. ສາວົກ​ທັງ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ກ່າວ​ກັບ​ໂລກ​ຢ່າງ​ເປີດເຜີຍ. ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ຫລື ໃນ​ວິຫານ​ຢູ່​ສະເໝີ, ສະຖານ​ທີ່​ເຫລົ່ານີ້​ເປັນ​ບ່ອນ​ທີ່​ຊາວຢິວ​ທັງໝົດ​ມາ​ເຕົ້າໂຮມ​ກັນ. ເຮົາ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ທີ່​ເປັນ​ຄວາມລັບ.


ຂະນະ​ທີ່​ເປໂຕ ແລະ ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ບັນດາ​ປະໂລຫິດ, ຫົວໜ້າ​ເຝົ້າ​ຍາມ​ວິຫານ ແລະ ພວກ​ຊາດູກາຍ​ກໍ​ໄດ້​ມາ​ຫາ​ພວກເພິ່ນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໃຫ້​ລຸກຮື້​ຂຶ້ນ. ພວກເຂົາ​ໄດ້​ຈັບ​ຊະເຕຟາໂນ ແລະ ນຳເອົາ​ເພິ່ນ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka