Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ປາກົດ​ແກ່​ພວກເຂົາ ແລະ ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສ່ອງ​ອ້ອມຮອບ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ມາ​ປາກົດ​ແກ່​ພວກເຂົາ ແລະ​ພຣະ​ຣັດສະໝີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ສ່ອງ​ແຈ້ງ​ອ້ອມຮອບ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກໃຈ​ຢ້ານ​ຫລາຍ.

Uka jalj uñjjattʼäta Copia luraña




ລູກາ 2:9
27 Jak'a apnaqawi uñst'ayäwi  

ແຕ່​ຫລັງຈາກ​ທີ່​ໂຢເຊັບ​ໄດ້​ພິຈາລະນາ​ເລື່ອງ​ນີ້​ແລ້ວ, ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ຕໍ່​ລາວ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ໂຢເຊັບ​ບຸດ​ດາວິດ​ເອີຍ, ຢ່າ​ຢ້ານ​ເລີຍ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ, ເພາະວ່າ​ຜູ້​ທີ່​ປະຕິສົນທິ​ໃນ​ທ້ອງ​ຂອງ​ນາງ​ນັ້ນ​ແມ່ນ​ມາ​ຈາກ​ພຣະວິນຍານບໍລິສຸດເຈົ້າ.


ເທວະດາ​ຕົນ​ນັ້ນ​ໄດ້​ໄປ​ຫາ​ນາງ ແລະ ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ! ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ເຈົ້າ”.


ແລະ ມີ​ຄົນລ້ຽງແກະ​ອາໄສ​ຢູ່​ໃນ​ທົ່ງນາ​ໃກ້​ແຖບ​ນັ້ນ ເຝົ້າ​ຝູງ​ແກະ​ຂອງ​ພວກເຂົາ​ໃນ​ເວລາ​ກາງຄືນ.


ໃນຂະນະ​ທີ່​ພວກເຂົາ​ກຳລັງ​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ຢູ່, ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ນຸ່ງເຄື່ອງ​ທີ່​ຮຸ່ງ​ເຫລື້ອມ​ເໝືອນ​ຟ້າແມບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພວກເຂົາ.


ເອຊາຢາ​ໄດ້​ກ່າວ​ຢ່າງ​ນີ້​ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຢຊູເຈົ້າ ແລະ ໄດ້​ກ່າວ​ເຖິງ​ພຣະອົງ.


ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.


ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ


ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.


ແລະ ພວກເຮົາ​ທຸກຄົນ ຜູ້​ບໍ່​ມີ​ຜ້າປົກໜ້າ​ກໍ​ຄຳນຶງ​ເຖິງ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ກຳລັງ​ໄດ້​ຮັບ​ການປ່ຽນແປງ​ໃຫ້​ມີ​ລັກສະນະ​ເໝືອນ​ພຣະອົງ​ດ້ວຍ​ສະຫງ່າລາສີ​ທີ່​ເພີ່ມ​ທະວີ​ຂຶ້ນ ຄື​ສະຫງ່າລາສີ​ທີ່​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ພຣະວິນຍານ.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ສິ່ງ​ທີ່​ເຫັນ​ນັ້ນ​ໜ້າ​ຢ້ານກົວ​ຫລາຍ​ຈົນ​ໂມເຊ​ກ່າວ​ວ່າ, “ຂ້ານ້ອຍ​ຢ້ານ​ຈົນ​ໂຕ​ສັ່ນ”.


ຫລັງຈາກ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເທວະດາ​ຕົນ​ນີ້​ມີ​ສິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ແຜ່ນດິນໂລກ​ໄດ້​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ເພິ່ນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka