Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກັບ​ຄືນ​ໄປ​ຍັງ​ເມືອງ​ນາຊາເຣັດ​ກັບ​ພວກເພິ່ນ ແລະ ເຊື່ອຟັງ​ພວກເພິ່ນ. ສ່ວນ​ນາງ​ມາຣີ​ກໍ​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ແລ້ວ​ພຣະ​ກຸມມານ​ເຢຊູ ຈຶ່ງ​ລົງ​ເມືອ​ກັບ​ພວກເພິ່ນ​ສູ່​ເມືອງ​ນາຊາເຣັດ ແລະ​ອ່ອນນ້ອມ​ຍອມ​ຟັງ​ພວກເພິ່ນ ຝ່າຍ​ແມ່​ກໍ​ເກັບ​ກຳ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.

Uka jalj uñjjattʼäta Copia luraña




ລູກາ 2:51
15 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ກັບ​ປະຊາຊົນ​ຢູ່​ນັ້ນ, ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຢືນ​ຢູ່​ຂ້າງນອກ ເພື່ອ​ຕ້ອງການ​ຈະ​ເວົ້າ​ກັບ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເວລາ​ນີ້​ໃຫ້​ເປັນ​ໄປ​ຕາມ​ນັ້ນ​ສາ; ເພາະ​ສົມຄວນ​ແລ້ວ​ທີ່​ພວກເຮົາ​ຈະ​ເຮັດ​ຢ່າງ​ນີ້​ເພື່ອ​ໃຫ້​ຄວາມຊອບທຳ​ທຸກ​ປະການ​ສຳເລັດ​ຄົບຖ້ວນ”. ແລ້ວ​ໂຢຮັນ​ຈຶ່ງ​ຍອມ​ເຮັດຕາມ.


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ຈາກ​ບ້ານ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ແລະ ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ໃນ​ແມ່ນ້ຳຈໍແດນ.


ລາວ​ເປັນ​ຊ່າງໄມ້​ບໍ່​ແມ່ນ​ບໍ? ລາວ​ເປັນ​ລູກຊາຍ​ຂອງ​ນາງ​ມາຣີ ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ບໍ່​ແມ່ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ກັບ​ພວກເຮົາ​ບໍ່​ແມ່ນ​ບໍ?” ແລ້ວ​ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ.


ພວກເຂົາ​ຈຶ່ງ​ບອກ​ລາວ​ວ່າ, “ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ກຳລັງ​ຍ່າງ​ຜ່ານ​ມາ”.


ແຕ່​ນາງ​ມາຣີ​ກໍ​ໄດ້​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້ ແລະ ຄິດ​ທົບທວນ​ຢູ່​ໃນ​ໃຈ.


ເມື່ອ​ໂຢເຊັບ ແລະ ນາງ​ມາຣີ ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ມາ​ທີ່​ນາຊາເຣັດ​ເມືອງ​ຂອງ​ຕົນ​ໃນ​ແຂວງ​ຄາລີເລ.


ແລ້ວ​ພຣະອົງ​ໄປ​ທີ່​ນາຊາເຣັດ​ບ່ອນ​ທີ່​ພຣະອົງ​ຈະເລີນ​ເຕີບໃຫຍ່​ຂຶ້ນ, ແລະ ໃນ​ວັນຊະບາໂຕ ພຣະອົງ​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ປົກກະຕິ ແລະ ໄດ້​ຢືນ​ຂຶ້ນ​ອ່ານ​ພຣະຄຳ.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ແນ່ນອນ ພວກເຈົ້າ​ຄົງ​ຈະ​ຍົກ​ສຸພາສິດ​ນີ້​ກ່າວ​ຕໍ່​ເຮົາ​ວ່າ: ‘ທ່ານ​ໝໍ, ຈົ່ງ​ປິ່ນປົວ​ຕົນ​ເອງ​ສາ!’ ແລະ ພວກເຈົ້າ​ຈະ​ເວົ້າ​ຕໍ່​ເຮົາ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ​ວ່າ​ທ່ານ​ເຮັດ​ຢູ່​ໃນ​ເມືອງ​ກາເປນາອູມ​ນັ້ນ ຈົ່ງ​ເຮັດ​ໃນ​ເມືອງ​ຂອງ​ຕົນ​ບ່ອນ​ນີ້​ເໝືອນກັນ’”.


ຈົ່ງ​ຍອມ​ເຊື່ອຟັງ​ກັນແລະກັນ​ດ້ວຍ​ຄວາມ​ຢຳເກງ​ພຣະຄຣິດເຈົ້າ.


ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka