Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:48 - ພຣະຄຳພີລາວສະບັບສະໄໝໃໝ່

48 ເມື່ອ​ພໍ່ແມ່​ໄດ້​ເຫັນ​ພຣະອົງ​ກໍ​ປະຫລາດໃຈ. ຜູ້​ເປັນ​ແມ່​ຈຶ່ງ​ກ່າວ​ແກ່​ພຣະອົງ​ວ່າ, “ລູກ​ເອີຍ, ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ພໍ່​ກັບ​ແມ່​ຮ້ອນຮົນ​ໃຈ​ຕາມ​ຫາ​ລູກ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

48 ຝ່າຍ​ພໍ່​ແມ່​ກໍ​ປະຫລາດ​ໃຈ​ເມື່ອ​ໄດ້​ເຫັນ ແລະ​ແມ່​ຈຶ່ງ​ຖາມ​ວ່າ, “ລູກ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້​ກັບ​ພວກເຮົາ? ພໍ່​ກັບ​ແມ່​ເລາະ​ຊອກ​ຫາ​ເຈົ້າ​ດ້ວຍ​ຄວາມ​ກັງວົນ​ໃຈ​ທີ່ສຸດ.”

Uka jalj uñjjattʼäta Copia luraña




ລູກາ 2:48
5 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ກັບ​ປະຊາຊົນ​ຢູ່​ນັ້ນ, ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຢືນ​ຢູ່​ຂ້າງນອກ ເພື່ອ​ຕ້ອງການ​ຈະ​ເວົ້າ​ກັບ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຕາມ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ບ້ານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ?”


ບັດນີ້ ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ. ຄົນ​ທັງຫລາຍ​ຄິດ​ວ່າ​ພຣະອົງ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ເຮລີ,


ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”


ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka