Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:34 - ພຣະຄຳພີລາວສະບັບສະໄໝໃໝ່

34 ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

34 ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ​ກ່າວ​ກັບ​ມາຣີ​ແມ່​ຂອງ​ພຣະ​ກຸມມານ​ນັ້ນ​ວ່າ, “ພຣະເຈົ້າ​ໄດ້​ເລືອກ​ເດັກ​ຄົນ​ນີ້​ໄວ້ ເພື່ອ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ ໃນ​ຊາດ​ອິດສະຣາເອນ​ລົ້ມ​ລົງ ແລະ​ລຸກ​ຂຶ້ນ​ໃໝ່ ເປັນ​ໝາຍສຳຄັນ​ທີ່​ຫລາຍ​ຄົນ​ຈະ​ເວົ້າ​ຕໍ່ຕ້ານ

Uka jalj uñjjattʼäta Copia luraña




ລູກາ 2:34
38 Jak'a apnaqawi uñst'ayäwi  

ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ແລະ ພວກເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’. ແຕ່​ສະຕິປັນຍາ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການ​ພິສູດ​ແລ້ວ​ວ່າ​ຖືກຕ້ອງ​ໂດຍ​ຜົນ​ຂອງ​ປັນຍາ​ນັ້ນ​ເອງ”.


ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ກັບ​ປະຊາຊົນ​ຢູ່​ນັ້ນ, ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຢືນ​ຢູ່​ຂ້າງນອກ ເພື່ອ​ຕ້ອງການ​ຈະ​ເວົ້າ​ກັບ​ພຣະອົງ.


ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກໝຸ່ນ​ໄປ ແຕ່​ຖ້າ​ຫີນ​ນີ້​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກໝຸ່ນ​ໄປ​ເປັນ​ຕ່ອນໆ”.


ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.


ເພື່ອ​ຄວາມຄິດ​ໃນ​ໃຈ​ຂອງ​ຄົນ​ທັງຫລາຍ​ຈະ​ຖືກ​ເປີດເຜີຍ​ອອກ. ແລະ ດາບ​ຈະ​ແທງ​ຊອດ​ຈິດໃຈ​ຂອງ​ເຈົ້າ​ເອງ​ເໝືອນກັນ”.


ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ກຽດຊັງ​ຄວາມສະຫວ່າງ ແລະ ຈະ​ບໍ່​ເຂົ້າ​ມາ​ໃນ​ຄວາມສະຫວ່າງ​ເພາະ​ຢ້ານ​ວ່າ​ການກະທຳ​ຂອງ​ຕົນ​ຈະ​ຖືກ​ເປີດເຜີຍ.


ດ້ວຍເຫດນີ້​ພວກເຂົາ​ຈຶ່ງ​ພະຍາຍາມ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະເຢຊູເຈົ້າ ເພາະ​ພຣະອົງ​ບໍ່​ພຽງ​ແຕ່​ລະເມີດ​ກົດບັນຍັດ​ວັນ​ຊະບາໂຕ​ເທົ່ານັ້ນ ແຕ່​ຍັງ​ໄດ້​ເອີ້ນ​ພຣະເຈົ້າ​ວ່າ​ເປັນ​ພຣະບິດາ​ຂອງ​ພຣະອົງ​ເອງ ເຊິ່ງ​ເປັນ​ການ​ຍົກ​ພຣະອົງ​ເອງ​ເທົ່າທຽມ​ກັບ​ພຣະເຈົ້າ.


ເມື່ອ​ພວກ​ຢິວ​ເຫັນ​ຄົນ​ຫລວງຫລາຍ, ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ. ພວກເຂົາ​ຈຶ່ງ​ເລີ່ມ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ໂປໂລ​ກຳລັງ​ກ່າວ ແລະ ຫຸ້ມ​ຂົ່ມເຫັງ​ເພິ່ນ.


ແຕ່​ເມື່ອ​ບໍ່​ພົບ, ພວກເຂົາ​ກໍ​ລາກ​ຢາຊົນ​ກັບ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ເຈົ້າໜ້າທີ່​ຂອງ​ເມືອງ ແລະ ຮ້ອງ​ຂຶ້ນ​ວ່າ: “ຄົນ​ເຫລົ່ານີ້​ໄດ້​ສ້າງ​ບັນຫາ​ມາ​ທົ່ວ​ໂລກ​ແລ້ວ ບັດນີ້​ໄດ້​ມາ​ບ່ອນ​ນີ້,


“ພວກຂ້າພະເຈົ້າ​ພົບ​ວ່າ​ຊາຍ​ຜູ້ນີ້​ເປັນ​ຄົນ​ສ້າງ​ບັນຫາ, ປຸກລະດົມ​ການ​ຈາລາຈົນ​ໃນ​ທ່າມກາງ​ຊາວຢິວ​ທັງໝົດ​ທົ່ວ​ໂລກ. ລາວ​ເປັນ​ແກນນຳ​ຄົນ​ໜຶ່ງ​ຂອງ​ລັດທິ​ນາຊາເຣັດ


ແຕ່​ພວກເຮົາ​ຢາກ​ຟັງ​ຄວາມຄິດ​ຂອງ​ທ່ານ, ເພາະ​ພວກເຮົາ​ຮູ້​ຢູ່​ວ່າ​ຄົນ​ທັງຫລາຍ​ທີ່​ຢູ່​ທົ່ວ​ທຸກບ່ອນ​ຕ່າງ​ກໍ​ເວົ້າ​ຕິຕຽນ​ນິກາຍ​ນີ້”.


ບັນດາ​ກະສັດ​ຂອງ​ໂລກ​ລຸກ​ຂຶ້ນ​ຂັດຂືນ ແລະ ພວກ​ຜູ້ປົກຄອງ​ໄດ້​ຮວມ​ຕົວ​ກັນ ຕໍ່ສູ້​ອົງພຣະຜູ້ເປັນເຈົ້າ ແລະ ຕໍ່ສູ້​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້’.


ດັ່ງນັ້ນ ພຣະຄຳ​ຂອງ​ພຣະເຈົ້າ​ຈຶ່ງ​ແຜ່​ຂະຫຍາຍ​ອອກ​ໄປ. ສາວົກ​ໃນ​ເຢຣູຊາເລັມ​ໄດ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ແລະ ປະໂລຫິດ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮັບ​ເຊື່ອ.


ເປັນຫຍັງ​ຈຶ່ງ​ບໍ່​ໄດ້? ກໍ​ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ດິ້ນລົນ​ຫາ​ດ້ວຍ​ຄວາມເຊື່ອ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ໄດ້​ມາ​ດ້ວຍ​ການປະຕິບັດ. ພວກເຂົາ​ຈຶ່ງ​ສະດຸດ​ກ້ອນຫີນ​ທີ່​ເຮັດ​ໃຫ້​ຊູນສະດຸດ​ນັ້ນ.


ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,


ເມຄີເຊເດັກ​ຜູ້​ນີ້​ເປັນ​ກະສັດ​ເມືອງ​ຊາເລັມ ແລະ ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ. ເມຄີເຊເດັກ​ໄດ້​ພົບ​ອັບຣາຮາມ ແລະ ອວຍພອນ​ເພິ່ນ​ຫລັງຈາກ​ທີ່​ເພິ່ນ​ກັບ​ມາ​ຈາກ​ການ​ຮົບ​ຊະນະ​ບັນດາ​ກະສັດ​ທັງຫລາຍ,


ແລະ ແນ່ນອນ​ວ່າ​ຜູ້ນ້ອຍ​ຍ່ອມ​ຮັບ​ພອນ​ຈາກ​ຜູ້ໃຫຍ່.


ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka