Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:27 - ພຣະຄຳພີລາວສະບັບສະໄໝໃໝ່

27 ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ເພິ່ນ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ເມື່ອ​ພໍ່​ແມ່​ໄດ້​ນຳ​ເອົາ​ເດັກນ້ອຍ​ເຢຊູ​ມາ​ເພື່ອ​ປະກອບ​ພິທີ​ໃຫ້​ແກ່​ເດັກນ້ອຍ​ນັ້ນ​ຕາມ​ທຳນຽມ​ຂອງ​ກົດບັນຍັດ​ທີ່​ໄດ້​ກຳນົດ​ໄວ້,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

27 ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳພາ​ຊີເມໂອນ​ເຂົ້າ​ໄປ​ໃນ​ພຣະວິຫານ, ເມື່ອ​ພໍ່​ແມ່​ໄດ້​ນຳ​ເອົາ​ພຣະ​ກຸມມານ​ເຢຊູ​ເຂົ້າ​ໄປ​ໃນ​ພຣະວິຫານ ເພື່ອ​ປະຕິບັດ​ຕາມ​ກົດບັນຍັດ​ໄດ້​ກ່າວ​ໄວ້​ກ່ຽວກັບ​ພຣະ​ກຸມມານ​ນັ້ນ

Uka jalj uñjjattʼäta Copia luraña




ລູກາ 2:27
15 Jak'a apnaqawi uñst'ayäwi  

ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ໃຫ້​ມານຮ້າຍ​ທົດລອງ.


ເມື່ອ​ເຖິງ​ເວລາ​ທີ່​ຈະ​ເຮັດ​ພິທີ​ຊຳລະ​ຕາມ​ກົດບັນຍັດ​ຂອງ​ໂມເຊ, ໂຢເຊັບ ແລະ ນາງ​ມາຣີ​ຈຶ່ງ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ


ຊີເມໂອນ​ກໍ​ໄດ້​ອູ້ມ​ພຣະເຢຊູເຈົ້າ​ໄວ້​ໃນ​ອ້ອມແຂນ​ຂອງ​ຕົນ ແລະ ສັນລະເສີນ​ພຣະເຈົ້າ​ວ່າ:


ໃນ​ທຸກ​ປີ ພໍ່ແມ່​ຂອງ​ພຣະເຢຊູເຈົ້າ​ຈະ​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ປັດສະຄາ.


ເມື່ອ​ພໍ່ແມ່​ໄດ້​ເຫັນ​ພຣະອົງ​ກໍ​ປະຫລາດໃຈ. ຜູ້​ເປັນ​ແມ່​ຈຶ່ງ​ກ່າວ​ແກ່​ພຣະອົງ​ວ່າ, “ລູກ​ເອີຍ, ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ພໍ່​ກັບ​ແມ່​ຮ້ອນຮົນ​ໃຈ​ຕາມ​ຫາ​ລູກ”.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກັບ​ຄືນ​ໄປ​ຍັງ​ເມືອງ​ນາຊາເຣັດ​ກັບ​ພວກເພິ່ນ ແລະ ເຊື່ອຟັງ​ພວກເພິ່ນ. ສ່ວນ​ນາງ​ມາຣີ​ກໍ​ເກັບ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.


ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,


ຂະນະ​ທີ່​ເປໂຕ​ກຳລັງ​ຄິດ​ເຖິງ​ເລື່ອງ​ນິມິດ​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ຊີໂມນ​ເອີຍ ມີ​ຊາຍ​ສາມ​ຄົນ​ກຳລັງ​ຊອກຫາ​ເຈົ້າ​ຢູ່.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກເຂົາ​ໂດຍ​ບໍ່​ໃຫ້​ລັງເລໃຈ. ພີ່ນ້ອງ​ຫົກ​ຄົນ​ເຫລົ່ານີ້​ກໍ​ໄດ້​ໄປ​ກັບ​ຂ້າພະເຈົ້າ​ເໝືອນກັນ ແລະ ພວກເຮົາ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນັ້ນ.


ເມື່ອ​ພວກເພິ່ນ​ມາ​ເຖິງ​ຊາຍແດນ​ແຂວງ​ມີເຊຍ, ພວກເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ​ບໍ່​ໃຫ້​ພວກເພິ່ນ​ປະກາດ.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”.


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka