Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ

Uka jalj uñjjattʼäta Copia luraña




ລູກາ 2:25
22 Jak'a apnaqawi uñst'ayäwi  

ໂຢເຊັບ​ຈາກ​ອາຣີມາທາຍ ເພິ່ນ​ເປັນ​ສະມາຊິກ​ສະພາສູງສຸດ​ທີ່​ສຳຄັນ​ຄົນ​ໜຶ່ງ ເພິ່ນ​ເປັນ​ຜູ້​ທີ່​ລໍຖ້າ​ການ​ມາ​ປາກົດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ເພິ່ນ​ກ້າ​ເຂົ້າ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ.


ເມື່ອ​ນາງ​ເອລີຊາເບັດ​ໄດ້​ຍິນ​ຄຳທັກທາຍ​ຂອງ​ນາງ​ມາຣີ, ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ດີ້ນ ແລະ ນາງ​ເອລີຊາເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ.


ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ.


ຝ່າຍ​ເຊກາຣີຢາ​ຜູ້​ເປັນ​ພໍ່​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ທຳນວາຍ​ວ່າ:


ໃນ​ເວລາ​ນັ້ນ ນາງ​ໄດ້​ເຂົ້າ​ມາ​ຫາ​ພວກເພິ່ນ​ແລ້ວ​ຂອບພຣະຄຸນ​ພຣະເຈົ້າ ແລະ ເວົ້າ​ເຖິງ​ເດັກນ້ອຍ​ຄົນ​ນີ້​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ໄຖ່​ເຢຣູຊາເລັມ​ຟັງ.


ເພິ່ນ​ຜູ້​ນີ້​ບໍ່​ໄດ້​ເຫັນດີ​ຕາມ​ມະຕິ ແລະ ການກະທຳ​ຂອງ​ຄົນ​ເຫລົ່ານັ້ນ. ເພິ່ນ​ມາ​ຈາກ​ເມືອງ​ອາຣີມາທາຍ​ແຂວງ​ຢູດາຍ ແລະ ເພິ່ນ​ກຳລັງ​ຄອຍ​ຖ້າ​ອານາຈັກ​ຂອງ​ພຣະເຈົ້າ.


ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ໃນ​ຂະນະ​ນັ້ນ ມີ​ຊາວຢິວ​ຜູ້​ຢຳເກງ​ພຣະເຈົ້າ​ຈາກ​ທຸກ​ຊາດ​ທົ່ວ​ໃຕ້​ສະຫວັນ​ມາ​ພັກອາໄສ​ຢູ່​ເຢຣູຊາເລັມ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ພະຍາຍາມ​ຮັກສາ​ຈິດສຳນຶກ​ອັນ​ດີງາມ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ມະນຸດ.


ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka