Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ອາທິດ​ໜຶ່ງ​ຕໍ່ມາ ເມື່ອ​ເຖິງ​ກຳນົດ​ຕ້ອງ​ຮັບ​ພິທີຕັດ ພວກເພິ່ນ​ຈຶ່ງ​ໃສ່​ຊື່​ກຸມມານ​ນັ້ນ​ວ່າ ເຢຊູ ຕາມ​ທີ່​ເທວະດາ​ໄດ້​ບອກ​ໄວ້ ກ່ອນ​ທີ່​ນາງ​ມາຣີ​ບໍ່​ທັນ​ໄດ້​ຕັ້ງ​ທ້ອງ​ເທື່ອນັ້ນ.

Uka jalj uñjjattʼäta Copia luraña




ລູກາ 2:21
9 Jak'a apnaqawi uñst'ayäwi  

ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ, ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.


ແຕ່​ລາວ​ບໍ່​ໄດ້​ສົມສູ່​ກັບ​ນາງ​ຈົນກວ່າ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂຢເຊັບ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ, ເຢຊູ.


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເວລາ​ນີ້​ໃຫ້​ເປັນ​ໄປ​ຕາມ​ນັ້ນ​ສາ; ເພາະ​ສົມຄວນ​ແລ້ວ​ທີ່​ພວກເຮົາ​ຈະ​ເຮັດ​ຢ່າງ​ນີ້​ເພື່ອ​ໃຫ້​ຄວາມຊອບທຳ​ທຸກ​ປະການ​ສຳເລັດ​ຄົບຖ້ວນ”. ແລ້ວ​ໂຢຮັນ​ຈຶ່ງ​ຍອມ​ເຮັດຕາມ.


ເຈົ້າ​ຈະ​ຖືພາ ແລະ ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ລູກ​ນັ້ນ​ວ່າ​ເຢຊູ.


ໃນ​ວັນ​ທີ​ແປດ ພວກເພິ່ນ​ກໍ​ໃຫ້​ເດັກນ້ອຍ​ນັ້ນ​ຮັບ​ພິທີຕັດ ແລະ ພວກເພິ່ນ​ກຳລັງ​ຈະ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ເຊກາຣີຢາ​ຕາມ​ຊື່​ຂອງ​ພໍ່,


ແລະ ເມື່ອ​ປາກົດ​ໃນ​ຮ່າງ​ມະນຸດ, ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ ໂດຍ​ຍອມ​ເຊື່ອຟັງ​ຈົນ​ເຖິງ​ຄວາມຕາຍ ແມ່ນແຕ່​ຄວາມຕາຍ​ເທິງ​ໄມ້ກາງແຂນ!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka