Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:2 - ພຣະຄຳພີລາວສະບັບສະໄໝໃໝ່

2 (ນີ້​ແມ່ນ​ການ​ຈົດທະບຽນ​ສຳມະໂນຄົວ​ຄັ້ງ​ທຳອິດ​ໃນ​ສະໄໝ​ທີ່​ກີເຣນີໂອ​ເປັນ​ຜູ້ປົກຄອງ​ແຂວງ​ຊີເຣຍ.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເມື່ອ​ດຳເນີນ​ການ​ຈົດ​ທະບຽນ​ຄັ້ງ​ທຳອິດ​ນີ້ ແມ່ນ​ກີຣີນີໂອ​ເປັນ​ຜູ້​ປົກຄອງ​ປະເທດ​ຊີເຣຍ.

Uka jalj uñjjattʼäta Copia luraña




ລູກາ 2:2
9 Jak'a apnaqawi uñst'ayäwi  

ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ພົນລະເມືອງ​ໃນ​ທົ່ວ​ທັງ​ຈັກກະພົບ​ໂຣມ​ໄປ​ຈົດທະບຽນ​ສຳມະໂນຄົວ.


ທຸກຄົນ​ຕ່າງ​ກໍ​ໄປ​ຈົດທະບຽນ​ສຳມະໂນຄົວ​ຕາມ​ບ້ານເມືອງ​ຂອງ​ຕົນ.


ໃນ​ລາຊະການ​ປີ​ທີ​ສິບຫ້າ​ຂອງ​ຕີເບຣີໂອ​ກາຍຊາ, ໃນ​ເວລາ​ນັ້ນ​ປົນທຽວ​ປີລາດ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້ປົກຄອງ​ແຂວງ​ຄາລີເລ, ສ່ວນ​ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ເປັນ​ຜູ້ປົກຄອງ​ແຂວງ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ເປັນ​ຜູ້ປົກຄອງ​ແຂວງ​ອາບີເລັນ.


ຜູ້​ທີ່​ເປັນ​ຄົນຮັບໃຊ້​ຂອງ​ຜູ້ປົກຄອງ​ເກາະ, ຄື​ເຊຄີໂອໂປໂລ. ຜູ້ປົກຄອງ​ເກາະ​ຄົນ​ນີ້​ເປັນ​ຄົນ​ສະຫລາດ, ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ບາຣະນາບາ ແລະ ໂຊໂລ​ໄປ​ພົບ ເພາະ​ເພິ່ນ​ຢາກ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ.


ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນ​ພະນະ​ທ່ານ, ເຟລິກ​ຜູ້ປົກຄອງ: ຂໍ​ຄຳນັບ.


ກະສັດ​ລຸກຂຶ້ນ, ຜູ້ປົກຄອງ, ນາງ​ເບນີເກ ແລະ ຄົນ​ທັງຫລາຍ​ທີ່​ນັ່ງ​ຢູ່​ກໍ​ລຸກຂຶ້ນ​ພ້ອມກັບ​ກະສັດ.


ຕໍ່ມາ​ຈາກ​ລາວ, ຢູດາ​ຊາວ​ຄາລີເລ​ໄດ້​ປາກົດ​ຂຶ້ນ​ໃນ​ຊ່ວງ​ທີ່​ມີ​ການ​ຈົດ​ທະບຽນ​ສຳມະໂນຄົວ ແລະ ນຳພາ​ກຸ່ມ​ປະຊາຊົນ​ສູ່​ການ​ກະບົດ. ລາວ​ກໍ​ໄດ້​ຖືກ​ຂ້າ​ຕາຍ​ເໝືອນ​ກັນ ແລະ ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ​ກໍ​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka