19 ແຕ່ນາງມາຣີກໍໄດ້ເກັບເລື່ອງທັງໝົດນີ້ໄວ້ ແລະ ຄິດທົບທວນຢູ່ໃນໃຈ.
19 ຝ່າຍມາຣີກໍຈົດຈຳເລື່ອງເຫຼົ່ານີ້ທັງໝົດໄວ້ ແລະຄິດຮໍ່າເພີງຢູ່ໃນໃຈ.
ທຸກຄົນທີ່ໄດ້ຍິນເລື່ອງນີ້ຕ່າງກໍປະຫລາດໃຈ ແລະ ຖາມກັນວ່າ, “ແລ້ວເດັກນ້ອຍຄົນນີ້ຈະເປັນແນວໃດນໍ?” ເພາະມືຂອງອົງພຣະຜູ້ເປັນເຈົ້າຢູ່ນຳລາວ.
ແລະ ທຸກຄົນທີ່ໄດ້ຍິນກໍປະຫລາດໃຈໃນສິ່ງທີ່ພວກຜູ້ລ້ຽງແກະໄດ້ບອກແກ່ພວກເຂົາ.
ແລ້ວພຣະເຢຊູເຈົ້າຈຶ່ງກັບຄືນໄປຍັງເມືອງນາຊາເຣັດກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນນາງມາຣີກໍເກັບເລື່ອງທັງໝົດນີ້ໄວ້ໃນໃຈ.