Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ໃນ​ວັນນີ້​ຄວາມພົ້ນ​ໄດ້​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ, ເພາະ​ຊາຍ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຊັກຂ່າຍ​ວ່າ, “ໃນວັນນີ້ ຄວາມ​ພົ້ນ​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ ເພາະ​ຄົນ​ນີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.

Uka jalj uñjjattʼäta Copia luraña




ລູກາ 19:9
15 Jak'a apnaqawi uñst'ayäwi  

ແລ້ວ​ຍິງ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ຖືກ​ມານຊາຕານ​ຜູກມັດ​ມາ​ຕະຫລອດ​ສິບແປດ​ປີ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົດປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ​ໃນ​ວັນຊະບາໂຕ?”


ເບິ່ງ​ແມ! ບັນດາ​ຜູ້​ທີ່​ເປັນ​ຜູ້ປາຍ​ຈະ​ເປັນ​ຜູ້ຕົ້ນ ແລະ ຜູ້ຕົ້ນ​ຈະ​ເປັນ​ຜູ້ປາຍ”.


ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ບອກ​ວ່າ, ‘ອັບຣາຮາມ ບິດາ​ເອີຍ, ສົງສານ​ຂ້ານ້ອຍ​ດ້ວຍ ແລະ ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວມື​ຈຸ່ມ​ນ້ຳ​ມາ​ແຕະ​ໃສ່​ລີ້ນ​ຂອງ​ຂ້ານ້ອຍ​ໃຫ້​ເຢັນ​ລົງ ເພາະ​ຂ້ານ້ອຍ​ທຸກທໍລະມານ​ຫລາຍ​ຢູ່​ໃນ​ແປວໄຟ​ນີ້’.


“ເສດຖີ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, ‘ບໍ່​ແມ່ນ​ດອກ ອັບຣາຮາມ ບິດາ​ເອີຍ, ແຕ່​ຖ້າ​ມີ​ຜູ້​ໜຶ່ງ​ເປັນຄືນຈາກຕາຍ​ແລ້ວ​ໄປ​ຫາ​ພວກເຂົາ, ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າເອົາໃຈໃໝ່’.


ເພາະວ່າ​ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ຄວາມພົ້ນ​ທີ່​ມາ​ຈາກ​ພຣະອົງ​ແລ້ວ,


ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ກໍ​ໄດ້.


ເຫດສະນັ້ນ ຄຳ​ສັນຍາ​ຈຶ່ງ​ມາ​ທາງ​ຄວາມເຊື່ອ, ເພື່ອ​ວ່າ​ສິ່ງ​ທີ່​ສັນຍາ​ຈະ​ໄດ້​ເປັນ​ໂດຍ​ພຣະຄຸນ ແລະ ເປັນ​ທີ່​ວາງໃຈ​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ທຸກຄົນ, ບໍ່​ແມ່ນ​ແຕ່​ຜູ້​ທີ່​ຖື​ກົດບັນຍັດ​ເທົ່ານັ້ນ ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ຢ່າງດຽວ​ກັນ​ກັບ​ອັບຣາຮາມ​ດ້ວຍ. ເພິ່ນ​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ເພື່ອ​ວ່າ​ພອນ​ທີ່​ໄດ້​ໃຫ້​ແກ່​ອັບຣາຮາມ​ນັ້ນ ຈະ​ມາ​ເຖິງ​ຄົນຕ່າງຊາດ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ເພື່ອ​ວ່າ​ໂດຍ​ທາງ​ຄວາມເຊື່ອ ພວກເຮົາ​ຈະ​ໄດ້ຮັບ​ພຣະວິນຍານ​ຕາມ​ສັນຍາ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


ດັ່ງນັ້ນ ຈົ່ງ​ເຂົ້າໃຈ​ວ່າ, ບັນດາ​ຜູ້​ທີ່​ມີ​ຄວາມເຊື່ອ​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ.


ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka