6 ດັ່ງນັ້ນລາວຈຶ່ງລົງມາທັນທີ ແລະ ຕ້ອນຮັບພຣະອົງດ້ວຍຄວາມຊື່ນຊົມຍິນດີ.
6 ຝ່າຍຊັກຂ່າຍກໍຟ້າວລົງມາ ແລະຕ້ອນຮັບພຣະອົງດ້ວຍຄວາມຊົມຊື່ນຍິນດີ.
ເມື່ອພຣະເຢຊູເຈົ້າມາເຖິງທີ່ນັ້ນ ພຣະອົງກໍເງີຍໜ້າຂຶ້ນແລ້ວເວົ້າກັບລາວວ່າ, “ຊັກຂ່າຍ, ຟ້າວລົງມາສາ. ເພາະວັນນີ້ເຮົາຕ້ອງພັກຢູ່ເຮືອນຂອງເຈົ້າ”.
ເມື່ອຄົນທັງໝົດເຫັນດັ່ງນັ້ນກໍພາກັນເລີ່ມຈົ່ມວ່າ, “ພຣະອົງໄປພັກຢູ່ໃນເຮືອນຂອງຄົນບາບ”.
ດັ່ງນັ້ນ ພວກເຂົາຈຶ່ງຟ້າວໄປ ແລະ ພົບນາງມາຣີກັບໂຢເຊັບ ແລະ ເດັກນ້ອຍທີ່ນອນຢູ່ໃນຮາງຫຍ້າ.
ແລ້ວເລວີກໍໄດ້ຈັດງານລ້ຽງໃຫຍ່ຂຶ້ນທີ່ເຮືອນຂອງລາວຖວາຍແກ່ພຣະເຢຊູເຈົ້າ, ມີຄົນເກັບພາສີກຸ່ມໃຫຍ່ ແລະ ຄົນອື່ນໆອີກຈຳນວນຫລວງຫລາຍກໍມາຮ່ວມກິນອາຫານກັບພວກເຂົາດ້ວຍ.
ເມື່ອນາງກັບສະມາຊິກໃນຄົວເຮືອນຂອງນາງໄດ້ຮັບບັບຕິສະມາແລ້ວ, ນາງໄດ້ເຊີນພວກເຮົາເຂົ້າໄປໃນເຮືອນຂອງນາງ. ນາງເວົ້າວ່າ, “ຖ້າທ່ານເຫັນວ່າຂ້ານ້ອຍເປັນຜູ້ທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ, ຂໍເຊີນມາພັກທີ່ເຮືອນຂອງຂ້ານ້ອຍດ້ວຍ”. ນາງໄດ້ຊັກຊວນຈົນພວກເຮົາຂັດບໍ່ໄດ້.
ຜູ້ຮັກສາຄຸກໄດ້ພາພວກເພິ່ນເຂົ້າໄປໃນເຮືອນ ແລະ ຈັດອາຫານມາລ້ຽງພວກເພິ່ນ, ຜູ້ຮັກສາຄຸກຈຶ່ງເຕັມໄປດ້ວຍຄວາມຊື່ນຊົມຍິນດີທີ່ລາວເອງ ແລະ ທຸກຄົນໃນຄອບຄົວຂອງລາວໄດ້ມາເຊື່ອພຣະເຈົ້າ.
ບັນດາຜູ້ທີ່ຍອມຮັບຖ້ອຍຄຳຂອງເປໂຕກໍໄດ້ຮັບບັບຕິສະມາ ແລະ ໃນວັນນັ້ນ ມີສາວົກເພີ່ມຂຶ້ນອີກປະມານສາມພັນຄົນ.