Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ທີ່​ນັ້ນ ພຣະອົງ​ກໍ​ເງີຍໜ້າ​ຂຶ້ນ​ແລ້ວ​ເວົ້າ​ກັບ​ລາວ​ວ່າ, “ຊັກຂ່າຍ, ຟ້າວ​ລົງ​ມາ​ສາ. ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ເຮືອນ​ຂອງ​ເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ບ່ອນ​ນັ້ນ ພຣະອົງ​ກໍ​ແຫງນ​ໜ້າ​ເບິ່ງ​ຊັກຂ່າຍ ແລະ​ກ່າວ​ແກ່​ລາວ​ວ່າ, “ຊັກຂ່າຍ​ເອີຍ ຮີບ​ລົງ​ມາ ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ.”

Uka jalj uñjjattʼäta Copia luraña




ລູກາ 19:5
17 Jak'a apnaqawi uñst'ayäwi  

ດ້ວຍວ່າ ບຸດມະນຸດ​ໄດ້​ມາ​ເພື່ອ​ຊອກຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ຫາຍ​ໃຫ້​ລອດພົ້ນ”.


ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ທີ່​ນັ້ນ​ຊື່​ຊັກຂ່າຍ, ລາວ​ເປັນ​ຫົວໜ້າ​ຄົນເກັບພາສີ ແລະ ເປັນ​ຄົນຮັ່ງມີ.


ລາວ​ຈຶ່ງ​ແລ່ນ​ອອກ​ໜ້າ​ກ່ອນ​ແລ້ວ​ປີນ​ຂຶ້ນ​ຕົ້ນໝາກເດື່ອ​ເພື່ອ​ຈະ​ໄດ້​ເຫັນ​ພຣະອົງ, ເພາະ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ​ທາງ​ນັ້ນ.


ດັ່ງນັ້ນ​ລາວ​ຈຶ່ງ​ລົງ​ມາ​ທັນທີ ແລະ ຕ້ອນຮັບ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.


ນະທານາເອັນ​ຖາມ​ວ່າ, “ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງໃດ?” ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ເຫັນ​ເຈົ້າ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່​ກ້ອງ​ຕົ້ນໝາກເດື່ອ​ນັ້ນ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.


ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka