Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ແລະ ໄດ້​ກ່າວ​ວ່າ, “ຖ້າ​ພຽງແຕ່​ເຈົ້າ​ໄດ້​ຮູ້​ໃນ​ວັນນີ້​ວ່າ​ອັນ​ໃດ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ເຈົ້າ ແຕ່​ບັດນີ້​ສິ່ງ​ນັ້ນ​ໄດ້​ຖືກ​ປິດບັງ​ຈາກ​ສາຍຕາ​ຂອງ​ເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫຼົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ​ເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




ລູກາ 19:42
35 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ມາ​ໃກ້ ແລະ ເຫັນ​ເຢຣູຊາເລັມ​ແລ້ວ, ພຣະອົງ​ກໍ​ຮ້ອງໄຫ້​ເພາະ​ສົງສານ​ນະຄອນ​ນັ້ນ


ວັນ​ເຫລົ່ານັ້ນ​ຈະ​ມາ​ເຖິງ​ເຈົ້າ ເມື່ອ​ສັດຕູ​ຂອງ​ເຈົ້າ​ຂຸດ​ຄູ​ກັ້ນ​ເພື່ອ​ໂຈມຕີ​ເຈົ້າ ແລະ ອ້ອມ​ເຈົ້າ​ໄວ້​ທຸກ​ດ້ານ.


ພວກເຂົາ​ຈະ​ແກວ່ງ​ເຈົ້າ​ລົງ​ພື້ນດິນ, ເຈົ້າ​ກັບ​ລູກຫລານ​ພາຍ​ໃນ​ກຳແພງ​ຂອງ​ເຈົ້າ ພວກເຂົາ​ຈະ​ບໍ່​ປ່ອຍ​ໃຫ້​ເຫລືອ​ກ້ອນຫີນ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ ເພາະວ່າ​ເຈົ້າ​ບໍ່​ຮູ້ຈັກ​ເວລາ​ທີ່​ພຣະເຈົ້າ​ຈະ​ມາ​ຫາ​ເຈົ້າ”.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.


ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.


ຕາມ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ເໝືອນດັ່ງ ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ”


ດັ່ງນັ້ນ, ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ກ່າວ​ໄວ້​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka