19 “ນາຍຂອງລາວຕອບວ່າ, ‘ໃຫ້ເຈົ້າປົກຄອງຫ້າຫົວເມືອງ’.
19 ເພິ່ນກ່າວແກ່ຄົນນີ້ຄືກັນວ່າ, ‘ເຈົ້າຈະໄດ້ປົກຄອງຫ້າເມືອງ.’
“ຄົນທີສອງເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ ເງິນໜຶ່ງມີນາຂອງທ່ານໄດ້ກຳໄລມາອີກຫ້າມີນາ’.
“ຫລັງຈາກນັ້ນຄົນຮັບໃຊ້ອີກຄົນໜຶ່ງເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ ນີ້ຄືເງິນໜຶ່ງມີນາຂອງທ່ານ, ຂ້ານ້ອຍໄດ້ເອົາຜ້າຫໍ່ເກັບໄວ້.
ເຫດສະນັ້ນ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງໝັ້ນຢູ່. ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າຫວັ່ນໄຫວ. ຈົ່ງທຸ້ມເທພວກເຈົ້າເອງຢ່າງເຕັມທີ່ໃຫ້ກັບງານຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າຮູ້ແລ້ວວ່າໃນອົງພຣະຜູ້ເປັນເຈົ້າ ການງານຂອງພວກເຈົ້ານັ້ນບໍ່ໄດ້ໄຮ້ປະໂຫຍດ.
ຜູ້ປູກ ແລະ ຜູ້ຫົດນ້ຳກໍມີຈຸດປະສົງດຽວກັນ ແລະ ພວກເຂົາແຕ່ລະຄົນກໍຈະໄດ້ຮັບບຳເໜັດຕາມການງານຂອງຕົນ.
ຈົ່ງຈົດຈຳສິ່ງນີ້ຄື: ຜູ້ທີ່ຫວ່ານພຽງເລັກນ້ອຍກໍຈະເກັບກ່ຽວໄດ້ແຕ່ພຽງເລັກນ້ອຍເໝືອນກັນ ແລະ ຜູ້ທີ່ຫວ່ານດ້ວຍໃຈກວ້າງຂວາງກໍຈະເກັບກ່ຽວໄດ້ຢ່າງຫລວງຫລາຍເໝືອນກັນ.
ຈົ່ງລະວັງໃຫ້ດີເພື່ອວ່າພວກເຈົ້າຈະບໍ່ສູນເສຍສິ່ງທີ່ພວກເຮົາໄດ້ເຮັດໄວ້ ແລະ ເພື່ອພວກເຈົ້າຈະໄດ້ຮັບບຳເໜັດຢ່າງເຕັມສ່ວນ.