Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:14 - ພຣະຄຳພີລາວສະບັບສະໄໝໃໝ່

14 “ແຕ່​ປະຊາຊົນ​ທີ່​ຢູ່​ພາຍໃຕ້​ການ​ປົກຄອງ​ຂອງ​ເພິ່ນ​ໄດ້​ກຽດຊັງ​ເພິ່ນ ພວກເຂົາ​ຈຶ່ງ​ໃຊ້​ຜູ້​ແທນ​ໄປ​ຫາ​ເພິ່ນ​ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ໃຫ້​ຊາຍ​ຜູ້​ນີ້​ມາ​ເປັນ​ກະສັດ​ປົກຄອງ​ພວກເຮົາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’

Uka jalj uñjjattʼäta Copia luraña




ລູກາ 19:14
15 Jak'a apnaqawi uñst'ayäwi  

ຖ້າ​ເພິ່ນ​ບໍ່​ສາມາດ​ຕໍ່ຕ້ານ​ໄດ້, ເພິ່ນ​ກໍ​ຈະ​ສົ່ງ​ທູດ​ໄປ​ຕັ້ງແຕ່​ອີກ​ຝ່າຍ​ໜຶ່ງ​ຍັງ​ຢູ່​ໄກ ແລະ ຖາມ​ເງື່ອນໄຂ​ຂອງ​ການ​ສະຫງົບເສິກ.


ເພິ່ນ​ຈຶ່ງ​ເອີ້ນ​ຄົນຮັບໃຊ້​ສິບ​ຄົນ​ມາ​ແລ້ວ​ມອບ​ເງິນ​ໃຫ້​ຄົນ​ລະ​ໜຶ່ງ​ມີນາ ແລະ ສັ່ງ​ວ່າ, ‘ຈົ່ງ​ນຳ​ເງິນ​ນີ້​ໄປ​ເປັນ​ທຶນ​ຄ້າຂາຍ​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ’.


“ເຖິງ​ຢ່າງ​ໃດ​ກໍ​ຕາມ ເພິ່ນ​ຜູ້​ນີ້​ກໍ​ຍັງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ກະສັດ ແລະ ໄດ້​ກັບ​ຄືນ​ມາ​ເຮືອນ, ແລ້ວ​ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ຄົນຮັບໃຊ້​ທີ່​ເພິ່ນ​ໄດ້​ມອບ​ເງິນ​ໃຫ້​ນັ້ນ​ມາ​ພົບ ເພື່ອ​ຈະ​ໄດ້​ຮູ້​ວ່າ​ພວກເຂົາ​ໄດ້​ກຳໄລ​ມາ​ຫລາຍ​ເທົ່າໃດ.


ຝ່າຍ​ພວກ​ສັດຕູ​ຂອງ​ເຮົາ​ທີ່​ບໍ່​ຕ້ອງການ​ໃຫ້​ເຮົາ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ ຂ້າ​ພວກເຂົາ​ຕໍ່ໜ້າ​ເຮົາ’”.


ພຣະອົງ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ຂອງ​ພຣະອົງ, ແຕ່​ຄົນ​ຂອງ​ພຣະອົງ​ເອງ​ບໍ່​ຕ້ອນຮັບ​ພຣະອົງ.


“ຖ້າ​ໂລກ​ກຽດຊັງ​ພວກເຈົ້າ, ຈົ່ງ​ຮູ້​ວ່າ​ໂລກ​ໄດ້​ກຽດຊັງ​ເຮົາ​ກ່ອນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka