Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 19:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພຣະອົງ​ກ່າວ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ເຈົ້ານາຍ​ໄດ້​ອອກ​ໄປ​ແດນໄກ​ເພື່ອ​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ແລ້ວ​ຈະ​ກັບ​ຄືນ​ມາ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ດັ່ງນັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ຍັງ​ມີ​ເຈົ້ານາຍ​ຜູ້ໜຶ່ງ ກຳລັງ​ຈະ​ອອກ​ໄປ​ແດນໄກ ເພື່ອ​ໄປ​ຮັບ​ເອົາ​ຣາຊແຜ່ນດິນ​ອັນ​ໜຶ່ງ ແລ້ວ​ຈຶ່ງ​ຈະ​ກັບຄືນ​ມາ.

Uka jalj uñjjattʼäta Copia luraña




ລູກາ 19:12
18 Jak'a apnaqawi uñst'ayäwi  

“ແຕ່​ເມື່ອ​ພວກ​ຄົນເຊົ່າສວນ​ເຫັນ​ຜູ້​ເປັນ​ລູກຊາຍ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ຄື​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ມັນ​ແລ້ວ​ຢຶດ​ເອົາ​ມໍລະດົກ​ຂອງ​ມັນ’.


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ. ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ.


ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ແລະ ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ແລ້ວ​ພຣະອົງ​ໄດ້​ເຫລົ່າ​ຄຳອຸປະມາ​ນີ້​ໃຫ້​ປະຊາຊົນ​ຟັງ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ ແລ້ວ​ເອົາ​ສວນ​ນັ້ນ​ໃຫ້​ພວກ​ຊາວສວນ​ເຊົ່າ ແລະ ກໍ​ຍ້າຍ​ໄປ​ບ່ອນ​ອື່ນ​ເປັນ​ເວລາ​ດົນນານ.


ໃນຂະນະ​ທີ່​ພຣະອົງ​ກຳລັງ​ອວຍພອນ​ພວກເພິ່ນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.


ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.


ເພາະ​ພຣະອົງ​ໄດ້​ກຳນົດ​ວັນ​ໜຶ່ງ​ທີ່​ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມຍຸຕິທຳ​ໂດຍ​ຊາຍ​ຜູ້​ໜຶ່ງ​ທີ່​ໄດ້​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້. ພຣະອົງ​ໄດ້​ພິສູດ​ສິ່ງ​ນີ້​ແກ່​ທຸກຄົນ​ເຫັນ ໂດຍ​ໃຫ້​ຊາຍ​ຜູ້​ນີ້​ເປັນຄືນມາຈາກຕາຍ”.


ເພາະ​ພຣະອົງ​ຕ້ອງ​ປົກຄອງ​ຈົນ​ກວ່າ​ພຣະອົງ​ຈະ​ໄດ້​ປາບ​ສັດຕູ​ທັງໝົດ​ຂອງ​ພຣະອົງ​ໄວ້​ໃຕ້​ຕີນ​ຂອງ​ພຣະອົງ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


“ເບິ່ງ​ແມ, ພຣະອົງ​ກຳລັງ​ມາ​ພ້ອມ​ກັບ​ເມກ​ທັງຫລາຍ”, ແລະ “ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ, ແມ່ນ​ແຕ່​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ”, ແລະ ມະນຸດ​ທັງໝົດ​ເທິງ​ແຜ່ນດິນໂລກ “ຈະ​ໂສກເສົ້າ​ເພາະ​ພຣະອົງ”. ແລ້ວ​ຈະ​ເປັນ​ໄປ​ຢ່າງ​ນັ້ນ! ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka