Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:34 - ພຣະຄຳພີລາວສະບັບສະໄໝໃໝ່

34 ແຕ່​ພວກສາວົກ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ເຫລົ່ານີ້​ເລີຍ. ເພາະ​ຄວາມໝາຍ​ຂອງ​ສິ່ງ​ເຫລົ່ານີ້​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ແລະ ພວກເພິ່ນ​ບໍ່​ຮູ້​ວ່າ​ພຣະອົງ​ກຳລັງ​ເວົ້າ​ເຖິງ​ເລື່ອງ​ຫຍັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

34 ແຕ່​ພວກ​ສາວົກ​ບໍ່​ເຂົ້າໃຈ​ຄຳ​ເວົ້າ​ເຫຼົ່ານີ້​ຈັກ​ຂໍ້ ຍ້ອນ​ຄວາມໝາຍ​ຂອງ​ຖ້ອຍຄຳ​ເຫຼົ່ານັ້ນ ໄດ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ບໍ່​ຮູ້​ຄວາມໝາຍ​ທີ່​ຊົງ​ກ່າວ​ນັ້ນ​ວ່າ ພຣະເຢຊູເຈົ້າ​ກຳລັງ​ກ່າວ​ເຖິງ​ຫຍັງ.

Uka jalj uñjjattʼäta Copia luraña




ລູກາ 18:34
9 Jak'a apnaqawi uñst'ayäwi  

ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ໝາຍ​ເຖິງ​ສິ່ງ​ໃດ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ພວກເຂົາ​ຈະ​ຂ້ຽນຕີ ແລະ ຈະ​ຂ້າ​ພຣະອົງ ແລ້ວ​ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ”.


ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ພຣະອົງ​ເວົ້າ​ກັບ​ພວກເພິ່ນ.


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຄື​ໂງ່​ແທ້ ແລະ ຊ້າ​ທີ່​ຈະ​ເຊື່ອ​ທຸກ​ຄຳ​ທີ່​ບັນດາ​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້!


ຫລັງຈາກນັ້ນ ພຣະອົງ​ໄດ້​ເປີດ​ຈິດໃຈ​ຂອງ​ພວກເພິ່ນ​ເພື່ອ​ພວກເພິ່ນ​ຈະ​ສາມາດ​ເຂົ້າ​ໃຈ​ພຣະຄຳພີ.


ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ຖ້ອຍຄຳ​ເຫລົ່ານີ້. ເພາະ​ຖ້ອຍຄຳ​ນີ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ເພື່ອ​ວ່າ​ພວກເພິ່ນ​ຈະ​ບໍ່​ເຂົ້າໃຈ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ພຣະເຢຊູເຈົ້າ​ໃຊ້​ຄຳປຽບທຽບ​ນີ້ ແຕ່​ພວກ​ຟາຣີຊາຍ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ບອກ​ສິ່ງ​ໃດ​ແກ່​ພວກເຂົາ.


ໃນ​ຕອນທຳອິດ​ນັ້ນ​ພວກສາວົກ​ຂອງ​ພຣະອົງ​ບໍ່​ທັນ​ເຂົ້າໃຈ​ເຫດການ​ທັງໝົດ​ນີ້. ແຕ່​ເມື່ອ​ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າລາສີ​ແລ້ວ ພວກເພິ່ນ​ຈຶ່ງ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ ແລະ ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ຕໍ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka