Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ເມື່ອ​ລາວ​ໄດ້​ຍິນ​ດັ່ງນັ້ນ​ລາວ​ກໍ​ທຸກໃຈ​ຫລາຍ ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ແຕ່​ເມື່ອ​ລາວ​ໄດ້ຍິນ​ດັ່ງນັ້ນ ກໍ​ເປັນທຸກໃຈ​ເຕັມທີ ເພາະວ່າ​ຕົນ​ເປັນ​ຄົນ​ຮັ່ງມີ​ຫລາຍ.

Uka jalj uñjjattʼäta Copia luraña




ລູກາ 18:23
15 Jak'a apnaqawi uñst'ayäwi  

ເມື່ອ​ຊາຍ​ໜຸ່ມ​ໄດ້​ຍິນ​ເຊັ່ນ​ນັ້ນ, ລາວ​ກໍ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ​ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.


ເມື່ອ​ໄດ້​ຍິນ​ດັ່ງນັ້ນ​ໜ້າ​ຂອງ​ລາວ​ກໍ​ເສົ້າ​ລົງ. ລາວ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.


ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຮັກສາ​ໂຕ​ໄວ້​ໃຫ້​ພົ້ນ​ຈາກ​ຄວາມໂລບ​ທຸກ​ຢ່າງ, ເພາະ​ຊີວິດ​ຂອງ​ມະນຸດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ອຸດົມສົມບູນ”.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ. ຄື​ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້!


ແຕ່​ຊັກຂ່າຍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະຜູ້ເປັນເຈົ້າ​ວ່າ, “ເບິ່ງ​ແມ! ອົງພຣະຜູ້ເປັນເຈົ້າ, ເວລາ​ນີ້​ຂ້ານ້ອຍ​ຂໍ​ຍົກ​ຊັບສົມບັດ​ເຄິ່ງ​ໜຶ່ງ​ໃຫ້​ແກ່​ຄົນຍາກຈົນ ແລະ ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ເອົາ​ສິ່ງ​ໃດ​ຂອງ​ຜູ້ໃດ, ຂ້ານ້ອຍ​ກໍ​ຂໍ​ໃຊ້​ຄືນ​ໃຫ້​ສີ່​ເທົ່າ”.


“ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົມ​ຢູ່​ກັບ​ການ​ກິນລ້ຽງ, ດື່ມ​ເຫລົ້າ​ມຶນເມົາ ແລະ ຄວາມກັງວົນ​ຂອງ​ຊີວິດ ແລະ ວັນ​ນັ້ນ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ຢ່າງ​ໄວ​ເໝືອນ​ກັບ​ບ້ວງແຮ້ວ.


ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ​ຄື​ຜູ້​ທີ່​ໄດ້​ຍິນ ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນຊີວິດ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ​ນັ້ນ ພວກເຂົາ​ກໍ​ຖືກ​ຄວາມກັງວົນ​ໃນ​ຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານ​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ພວກເຂົາ​ຈຶ່ງ​ບໍ່​ເປັນ​ຜູ້ໃຫຍ່.


ສຳລັບ​ສິ່ງ​ນີ້​ພວກເຈົ້າ​ສາມາດ​ແນ່ໃຈ​ໄດ້​ວ່າ: ຄົນ​ຜິດສິນທຳ, ຄົນ​ບໍ່ບໍລິສຸດ ຫລື ຄົນ​ໂລບ ຄົນ​ເຫລົ່ານີ້​ເປັນ​ຜູ້ຂາບໄຫວ້​ຮູບເຄົາລົບ ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ໃດໆ​ໃນ​ອານາຈັກ​ຂອງ​ພຣະຄຣິດເຈົ້າ ແລະ ຂອງ​ພຣະເຈົ້າ.


ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ຢ່າ​ຮັກ​ໂລກ ຫລື ສິ່ງໃດ​ທີ່​ຢູ່​ໃນ​ໂລກ. ຖ້າ​ຜູ້ໃດ​ຮັກ​ໂລກ, ຄວາມຮັກ​ຂອງ​ພຣະບິດາເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka