Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ. ຄື​ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ກໍ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ ຄື​ຈົ່ງ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ທຸກຈົນ ແລະ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”

Uka jalj uñjjattʼäta Copia luraña




ລູກາ 18:22
16 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຄົນດີ​ຄົບຖວ້ນ, ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


ແຕ່​ມີ​ພຽງ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຈຳເປັນ. ມາຣີ​ໄດ້​ເລືອກ​ສິ່ງ​ທີ່​ດີ​ກວ່າ ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ນາງ​ໄດ້”.


ຈົ່ງ​ຂາຍ​ສິ່ງຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ ແລະ ບໍລິຈາກ​ແກ່​ຄົນທຸກຍາກ. ຈົ່ງ​ຈັດຕຽມ​ຖົງເງິນ​ທີ່​ບໍ່​ມີ​ມື້​ຫລຸ້ຍຫ້ຽນ​ໄວ້​ສຳລັບ​ຕົນ​ເອງ ຄື​ຊັບສົມບັດ​ໃນ​ສະຫວັນ​ທີ່​ບໍ່​ໝົດ​ຈັກເທື່ອ, ໃນ​ບ່ອນ​ທີ່​ບໍ່​ມີ​ໂຈນ​ເຂົ້າ​ໃກ້ ແລະ ບໍ່​ມີ​ມອດ​ມາ​ທຳລາຍ.


ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ໃຊ້​ຊັບສົມບັດ​ຝ່າຍ​ໂລກ​ເພື່ອ​ສ້າງ​ມິດ​ສຳລັບ​ພວກເຈົ້າ​ເອງ ເພື່ອ​ວ່າ​ເມື່ອ​ເວລາ​ຊັບ​ນັ້ນ​ໝົດ​ໄປ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ເຂົ້າ​ສູ່​ບ່ອນຢູ່​ອັນ​ຖາວອນ​ເປັນນິດ.


ລາວ​ຕອບ​ວ່າ, “ທັງໝົດ​ນີ້​ຂ້ານ້ອຍ​ໄດ້​ຖື​ຮັກສາ​ມາ​ຕັ້ງແຕ່​ນ້ອຍ​ແລ້ວ”.


ເມື່ອ​ລາວ​ໄດ້​ຍິນ​ດັ່ງນັ້ນ​ລາວ​ກໍ​ທຸກໃຈ​ຫລາຍ ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.


ແລ້ວ​ພຣະອົງ​ກ່າວ​ກັບ​ພວກເພິ່ນ​ທັງໝົດ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕິດຕາມ​ເຮົາ​ມາ, ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນ​ເອງ ແລ້ວ​ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ທຸກ​ວັນ ແລະ ຕິດຕາມ​ເຮົາ​ມາ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຖື​ວ່າ​ເຮົາ​ເອງ​ໄດ້​ຮັບເອົາ​ສິ່ງ​ນີ້​ມາ​ແລ້ວ. ແຕ່​ເຮົາ​ເຮັດ​ຢ່າງ​ໜຶ່ງ​ຄື: ລືມ​ສິ່ງ​ຢູ່​ເບື້ອງຫລັງ ແລະ ເອົາໃຈໃສ່​ສິ່ງ​ທີ່​ຢູ່​ຂ້າງໜ້າ,


ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka