Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:13 - ພຣະຄຳພີລາວສະບັບສະໄໝໃໝ່

13 “ແຕ່​ຄົນເກັບພາສີ​ນັ້ນ​ຢືນ​ຢູ່​ແຕ່​ໄກ. ລາວ​ບໍ່​ກ້າ​ແມ່ນແຕ່​ຈະ​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ທຸບຕີ​ເອິກ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ຂ້າ​ແດ່​ພຣະເຈົ້າ, ຂໍ​ພຣະອົງ​ເມດຕາ​ຂ້ານ້ອຍ​ຜູ້​ເປັນ​ຄົນບາບ​ດ້ວຍ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ສ່ວນ​ຄົນ​ເກັບພາສີ​ນັ້ນ​ຢືນ​ຢູ່​ຫ່າງໄກ ແລະ​ບໍ່​ກ້າ​ແມ່ນແຕ່​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ລາວ​ໄດ້​ຕີ​ເອິກ​ຂອງຕົນ ແລະ​ກ່າວ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຜູ້​ເປັນ​ຄົນ​ບາບ​ແດ່ທ້ອນ’

Uka jalj uñjjattʼäta Copia luraña




ລູກາ 18:13
45 Jak'a apnaqawi uñst'ayäwi  

ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,


“ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເປັນ​ເໝືອນ​ຄົນໜ້າຊື່ໃຈຄົດ, ເພາະ​ພວກເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳມະສາລາ ແລະ ຕາມ​ແຈ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ແລ້ວ​ຈາກ​ມະນຸດ.


ແຕ່​ຈົ່ງ​ໄປ ແລະ ສຶກສາ​ໃຫ້​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’. ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.


ແລະ ເມື່ອ​ພວກເຈົ້າ​ຢືນ​ອະທິຖານ, ຖ້າ​ພວກເຈົ້າ​ມີ​ເລື່ອງ​ກັບ​ຜູ້ໃດ​ຜູ້​ໜຶ່ງ ຈົ່ງ​ຍົກໂທດ​ໃຫ້​ພວກເຂົາ ເພື່ອ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ຍົກໂທດ​ບາບ​ຂອງ​ພວກເຈົ້າ”.


ຂະນະ​ທີ່​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ໝູ່ບ້ານ​ແຫ່ງ​ໜຶ່ງ, ມີ​ຊາຍ​ຂີ້ທູດ​ສິບ​ຄົນ​ລໍຖ້າ​ພົບ​ພຣະອົງ. ພວກເຂົາ​ຢືນ​ຢູ່​ແຕ່​ໄກ.


ແລ້ວ​ພຣະອົງ​ຖອຍ​ອອກ​ຈາກ​ພວກເພິ່ນ​ໄປ​ປະມານ​ໄລຍະ​ທີ່​ແກວ່ງ​ກ້ອນຫີນ​ເຖິງ, ພຣະອົງ​ຄຸເຂົ່າ​ລົງ​ອະທິຖານ​ວ່າ,


ເມື່ອ​ຄົນ​ທັງຫລາຍ​ທີ່​ມາ​ເຕົ້າໂຮມກັນ​ເພື່ອ​ເປັນ​ພະຍານ​ໃນ​ເຫດການ​ນີ້​ໄດ້​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ແລ້ວ, ພວກເຂົາ​ກໍ​ທຸບຕີ​ເອິກ​ດ້ວຍ​ຄວາມເສຍໃຈ ແລະ ກໍ​ຈາກ​ໄປ.


ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”


ເມື່ອ​ຄົນ​ທັງຫລາຍ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ຮູ້ສຶກ​ເຈັບຊ້ຳ​ກິນແໜງໃຈ​ຫລາຍ ຈຶ່ງ​ເວົ້າ​ກັບ​ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ວ່າ, “ພີ່ນ້ອງ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”


ແຕ່​ພຣະເຈົ້າ​ໄດ້​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ເອງ​ແກ່​ພວກເຮົາ​ທັງຫລາຍ​ຄື: ຂະນະ​ທີ່​ພວກເຮົາ​ຍັງ​ເປັນ​ຄົນບາບ​ຢູ່​ນັ້ນ ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຮົາ.


ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.


ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.


ດັ່ງນັ້ນ ຂໍ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ບັນລັງ​ແຫ່ງ​ພຣະຄຸນ​ດ້ວຍ​ຄວາມໝັ້ນໃຈ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແລະ ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ພວກເຮົາ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງການ.


ເພາະ​ເຮົາ​ຈະ​ໃຫ້​ອະໄພ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ບໍ່​ຈົດຈຳ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ​ອີກ​ຕໍ່ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka