Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 18:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຂ້ານ້ອຍ​ຖືສິນ​ອົດອາຫານ​ອາທິດ​ລະ​ສອງ​ເທື່ອ ແລະ ຖວາຍ​ໜຶ່ງສ່ວນສິບ​ຈາກ​ທຸກສິ່ງ​ທີ່​ໄດ້​ມາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ໃນ​ອາທິດ​ໜຶ່ງ ຂ້ານ້ອຍ​ຖືສິນ​ອົດອາຫານ​ສອງ​ວັນ ແລະ​ຂ້ານ້ອຍ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ແກ່​ພຣະອົງ ຈາກ​ສິ່ງ​ຂອງ​ທັງໝົດ​ທີ່​ຂ້ານ້ອຍ​ຫາ​ມາ​ໄດ້.’

Uka jalj uñjjattʼäta Copia luraña




ລູກາ 18:12
24 Jak'a apnaqawi uñst'ayäwi  

ເພາະ​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ຖ້າ​ຄວາມຊອບທຳ​ຂອງ​ພວກເຈົ້າ​ບໍ່​ຫລາຍ​ກວ່າ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ແລ້ວ, ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຢ່າງ​ແນ່ນອນ.


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ເຮັດ​ດີ​ຕໍ່ໜ້າ​ຄົນ​ອື່ນ​ເພື່ອ​ໃຫ້​ພວກເຂົາ​ເບິ່ງ​ເຫັນ, ເພາະ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ, ພວກເຈົ້າ​ຈະ​ບໍ່​ໄດ້​ຮັບ​ບຳເໜັດ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ໃນ​ສະຫວັນ.


“ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ.


“ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເປັນ​ເໝືອນ​ຄົນໜ້າຊື່ໃຈຄົດ, ເພາະ​ພວກເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳມະສາລາ ແລະ ຕາມ​ແຈ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ແລ້ວ​ຈາກ​ມະນຸດ.


ຝ່າຍ​ພວກລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ ແລະ ພວກ​ຟາຣີຊາຍ​ຖືສິນອົດອາຫານ​ຢູ່​ສະເໝີ, ແຕ່​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”


“ວິບັດ​ແກ່​ພວກເຈົ້າ ພວກ​ຟາຣີຊາຍ​ເອີຍ, ເພາະ​ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ຜັກຫອມລາບ, ຜັກຣູ ແລະ ຜັກ​ສະໝຸນໄພ​ອື່ນໆ​ທຸກ​ຊະນິດ​ຂອງ​ພວກເຈົ້າ​ໃຫ້​ແກ່​ພຣະເຈົ້າ, ແຕ່​ພວກເຈົ້າ​ໄດ້​ລະເລີຍ​ຄວາມຍຸຕິທຳ ແລະ ຄວາມຮັກ​ຂອງ​ພຣະເຈົ້າ. ພວກເຈົ້າ​ຄວນ​ປະຕິບັດ​ສິ່ງ​ຕໍ່ມາ​ໂດຍ​ບໍ່​ປະຖິ້ມ​ສິ່ງ​ທຳອິດ.


ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ, ເມື່ອ​ພວກເຈົ້າ​ໄດ້​ປະຕິບັດ​ທຸກສິ່ງ​ຕາມ​ຄຳສັ່ງ​ທີ່​ໃຫ້​ເຮັດ​ແລ້ວ ກໍ​ຄວນ​ເວົ້າ​ວ່າ, ‘ພວກຂ້ານ້ອຍ​ເປັນ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄຸນຄ່າ, ພວກຂ້ານ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ຂອງ​ພວກຂ້ານ້ອຍ​ເທົ່ານັ້ນ’”.


ເມື່ອ​ເປັນ​ຢ່າງນີ້​ແລ້ວ ເຮົາ​ມີ​ສິ່ງໃດ​ທີ່​ຈະ​ອວດອ້າງ​ໄດ້? ບໍ່​ມີ​ເລີຍ ຈະ​ອ້າງ​ສິ່ງໃດ​ເປັນ​ຫລັກ? ຈະ​ອ້າງ​ວ່າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ? ບໍ່​ດອກ, ແຕ່​ໂດຍ​ການ​ອ້າງ​ຄວາມເຊື່ອ​ເປັນ​ຫລັກ.


ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈະ​ໂອ້ອວດ​ໄດ້​ຕໍ່ໜ້າ​ພຣະອົງ.


ເມື່ອ​ເຮົາ​ຢູ່ໃນ​ສາສະໜາຢິວ​ເຮົາ​ກ້າວໜ້າ​ກວ່າ​ພີ່ນ້ອງ​ຄົນຢິວ​ຫລາຍ​ຄົນ​ໃນ​ລຸ້ນ​ດຽວ​ກັນ ແລະ ກະຕືລືລົ້ນ​ທີ່ສຸດ​ຕໍ່​ປະເພນີ​ຂອງ​ບັນພະບຸລຸດ​ຂອງ​ເຮົາ.


ບໍ່​ແມ່ນ​ໂດຍ​ການປະຕິບັດ, ດັ່ງນັ້ນ​ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ສາມາດ​ອວດ​ໄດ້.


ການ​ຝຶກຝົນ​ທາງ​ກາຍ​ນັ້ນ​ມີ​ຄຸນຄ່າ​ຢູ່​ສ່ວນ​ໜຶ່ງ ແຕ່​ຝຶກຝົນ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ມີ​ຄຸນຄ່າ​ໃນ​ທຸກດ້ານ, ເພາະ​ຮັກສາ​ສັນຍາ​ໄວ້​ທັງ​ສຳລັບ​ຊີວິດ​ປັດຈຸບັນ ແລະ ຊີວິດ​ໃນ​ເບື້ອງໜ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka