Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:7 - ພຣະຄຳພີລາວສະບັບສະໄໝໃໝ່

7 “ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ຄົນຮັບໃຊ້​ໄຖນາ ຫລື ເບິ່ງແຍງ​ແກະ. ເມື່ອ​ຄົນຮັບໃຊ້​ກັບ​ມາ​ຈາກ​ທົ່ງນາ​ລາວ​ຈະ​ບອກ​ຄົນຮັບໃຊ້​ຄົນ​ນັ້ນ​ບໍ​ວ່າ, ‘ມາ​ດຽວນີ້ ມາ​ນັ່ງ​ກິນ​ອາຫານ’?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 “ໃນ​ພວກເຈົ້າ ທີ່​ມີ​ຂ້ອຍໃຊ້​ໄຖ​ນາ​ຫລື​ລ້ຽງ​ແກະ ເມື່ອ​ຂ້ອຍໃຊ້​ນັ້ນ​ກັບ​ມາ​ແຕ່​ທົ່ງ ໃຜ​ຈະ​ກ່າວ​ແກ່​ຂ້ອຍໃຊ້​ນັ້ນ​ວ່າ, ‘ຈົ່ງ​ເຂົ້າ​ມາ​ນັ່ງ​ໂຕະ​ໂລດ?’

Uka jalj uñjjattʼäta Copia luraña




ລູກາ 17:7
6 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ພວກເຂົາ​ວ່າ, “ຖ້າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ແກະ​ໜຶ່ງ​ໂຕ ແລະ ແກະ​ນັ້ນ​ຕົກ​ຂຸມ​ໃນ​ວັນຊະບາໂຕ, ພວກເຈົ້າ​ຈະ​ບໍ່​ຟ້າວ​ດຶງ​ເອົາ​ແກະ​ໂຕ​ນັ້ນ​ຂຶ້ນ​ມາ​ບໍ?


ອົງພຣະຜູ້ເປັນເຈົ້າ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ແຕ່ລະຄົນ​ກໍ​ປ່ອຍ​ງົວ ຫລື ລໍ​ຂອງ​ຕົນ​ຈາກ​ຄອກ ແລະ ພາ​ມັນ​ອອກ​ໄປ​ກິນນ້ຳ​ໃນ​ວັນຊະບາໂຕ​ບໍ່​ແມ່ນ​ບໍ?


ຫລັງຈາກນັ້ນ ພຣະອົງ​ໄດ້​ຖາມ​ພວກເຂົາ​ວ່າ, “ຖ້າ​ລູກ ຫລື ງົວ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຕົກ​ລົງ​ນ້ຳສ້າງ​ໃນ​ວັນຊະບາໂຕ ພວກເຈົ້າ​ຈະ​ບໍ່​ຟ້າວ​ດຶງ​ເອົາ​ມັນ​ຂຶ້ນ​ມາ​ທັນທີ​ບໍ?”


“ເຫດການ​ໃນ​ສະໄໝ​ຂອງ​ໂນອາ​ເປັນ​ຢ່າງໃດ ໃນ​ສະໄໝ​ຂອງ​ບຸດມະນຸດ​ກໍ​ຈະ​ເປັນ​ຢ່າງນັ້ນ,


ພຣະອົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ພຽງ​ເລັກນ້ອຍ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ພວກເຈົ້າ​ຈະ​ສັ່ງ​ຕົ້ນມອນ​ນີ້​ວ່າ, ‘ຈົ່ງ​ຖອນ​ຮາກ​ອອກ​ໄປ​ປູກ​ໃນ​ທະເລ’ ແລະ ມັນ​ກໍ​ຈະ​ເຊື່ອຟັງ​ພວກເຈົ້າ.


ລາວ​ຈະ​ບໍ່​ເວົ້າ​ບໍ​ວ່າ, ‘ຈົ່ງ​ຕຽມ​ອາຫານຄໍ່າ​ໃຫ້​ເຮົາ, ຕຽມໂຕ​ໃຫ້​ພ້ອມ ແລະ ເຝົ້າ​ຮັບໃຊ້​ເຮົາ​ໃນ​ຂະນະ​ທີ່​ເຮົາ​ກິນ ແລະ ດື່ມ, ຫລັງຈາກນັ້ນ​ເຈົ້າ​ຈຶ່ງ​ກິນ ແລະ ດື່ມ’?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka