Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ພຽງ​ເລັກນ້ອຍ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ພວກເຈົ້າ​ຈະ​ສັ່ງ​ຕົ້ນມອນ​ນີ້​ວ່າ, ‘ຈົ່ງ​ຖອນ​ຮາກ​ອອກ​ໄປ​ປູກ​ໃນ​ທະເລ’ ແລະ ມັນ​ກໍ​ຈະ​ເຊື່ອຟັງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຈົ້າ​ຈະ​ບອກ​ກົກມອນ​ກົກ​ນີ້​ໄດ້​ວ່າ, ‘ຈົ່ງ​ຖອນ​ຂຶ້ນ ອອກ​ໄປ​ປັກ​ຢູ່​ໃນ​ທະເລ,’ ມັນ​ກໍ​ຈະ​ຟັງ​ຄວາມ​ເຈົ້າ.”

Uka jalj uñjjattʼäta Copia luraña




ລູກາ 17:6
13 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “ມາ​ແມ”. ດັ່ງນັ້ນ ເປໂຕ​ຈຶ່ງ​ອອກຈາກ​ເຮືອ​ແລ້ວ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ພຣະເຢຊູເຈົ້າ.


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ນ້ອຍ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ພວກເຈົ້າ​ກໍ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ເຄື່ອນ​ໄປ. ຈະ​ບໍ່​ມີ​ສິ່ງໃດ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຈົ້າ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນີ້​ໄດ້​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ, ບໍ່​ພຽງ​ເທົ່ານັ້ນ ແຕ່​ພວກເຈົ້າ​ຍັງ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ໄປ​ຕົກ​ລົງ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.


ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ປຽບເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ເຊິ່ງ​ເປັນ​ເມັດ​ທີ່​ນ້ອຍ​ທີ່ສຸດ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “‘ຖ້າ​ສາມາດ​ຊ່ວຍ​ໄດ້’ ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ”.


ກໍ​ເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຊິ່ງ​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ ແລ້ວ​ກໍ​ປູກ​ໄວ້​ໃນ​ສວນ​ຂອງ​ຕົນ. ມັນ​ກໍ​ໃຫຍ່​ຂຶ້ນ ແລະ ກາຍເປັນ​ຕົ້ນໄມ້​ໃຫ້​ຝູງ​ນົກ​ຈັບ​ຢູ່​ຕາມ​ງ່າ​ຂອງ​ມັນ”.


“ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ຄົນຮັບໃຊ້​ໄຖນາ ຫລື ເບິ່ງແຍງ​ແກະ. ເມື່ອ​ຄົນຮັບໃຊ້​ກັບ​ມາ​ຈາກ​ທົ່ງນາ​ລາວ​ຈະ​ບອກ​ຄົນຮັບໃຊ້​ຄົນ​ນັ້ນ​ບໍ​ວ່າ, ‘ມາ​ດຽວນີ້ ມາ​ນັ່ງ​ກິນ​ອາຫານ’?


ລາວ​ຈຶ່ງ​ແລ່ນ​ອອກ​ໜ້າ​ກ່ອນ​ແລ້ວ​ປີນ​ຂຶ້ນ​ຕົ້ນໝາກເດື່ອ​ເພື່ອ​ຈະ​ໄດ້​ເຫັນ​ພຣະອົງ, ເພາະ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ​ທາງ​ນັ້ນ.


ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະຜູ້ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”


ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka