Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ແຕ່​ກ່ອນ​ໜ້າ​ນັ້ນ ພຣະອົງ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຄົນ​ໃນ​ສະໄໝ​ນີ້​ຈະ​ປະຕິເສດ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ກ່ອນ​ນັ້ນ ຈຳເປັນ​ທີ່​ພຣະອົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ປະການ ແລະ​ຄົນ​ສະໄໝ​ນີ້​ຈະ​ບໍ່​ຍອມ​ຮັບ​ພຣະອົງ.

Uka jalj uñjjattʼäta Copia luraña




ລູກາ 17:25
18 Jak'a apnaqawi uñst'ayäwi  

ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ, ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້ ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ’?


“ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໄວ້​ກັບ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພວກເຂົາ​ຈະ​ລົງໂທດ​ພຣະອົງ​ໃຫ້​ເຖິງ​ຕາຍ ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ,


ພວກເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,


ຕັ້ງ​ແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມ​ສັ່ງສອນ​ພວກສາວົກ​ວ່າ​ບຸດມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ. ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ.


ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກສາວົກ​ຢູ່. ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ. ພວກເຂົາ​ຈະ​ຂ້າ​ເພິ່ນ, ແລະ ຫລັງຈາກ​ສາມ​ວັນ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ”.


ພຣະເຢຊູເຈົ້າ​ໄດ້​ພາ​ພວກສາວົກ​ທັງ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຮົາ​ກຳລັງ​ຂຶ້ນ​ໄປ​ເຢຣູຊາເລັມ ແລະ ທຸກສິ່ງ​ທີ່​ບັນດາ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ກ່ຽວກັບ​ບຸດມະນຸດ​ນັ້ນ​ຈະ​ສຳເລັດ.


ພວກເຂົາ​ຈະ​ຂ້ຽນຕີ ແລະ ຈະ​ຂ້າ​ພຣະອົງ ແລ້ວ​ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ”.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ຂຽນ​ໄວ້​ຄື ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ ແລະ ຕ້ອງ​ເປັນຄືນມາຈາກຕາຍ​ໃນ​ວັນ​ທີ​ສາມ,


ແລະ​ກ່າວ​ອີກ​ວ່າ, “ບຸດມະນຸດ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ສູ່​ຊີວິດ”.


ພຣະອົງ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ຂອງ​ພຣະອົງ, ແຕ່​ຄົນ​ຂອງ​ພຣະອົງ​ເອງ​ບໍ່​ຕ້ອນຮັບ​ພຣະອົງ.


ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄຳ​ຂອງ​ຜູ້ທຳນວາຍ​ເອຊາຢາ​ທີ່​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຜູ້ໃດ​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ ແລະ ແຂນ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສະແດງ​ແກ່​ຜູ້ໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka