Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 17:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ລາວ​ຖິ້ມ​ໂຕ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ​ແລ້ວ​ຂອບພຣະຄຸນ​ພຣະອົງ. ລາວ​ເປັນ​ຊາວ​ຊາມາເຣຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ລາວ​ກົ້ມ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຊາຍ​ຄົນ​ນີ້​ເປັນ​ໄທ​ຊາມາເຣຍ.

Uka jalj uñjjattʼäta Copia luraña




ລູກາ 17:16
21 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໃຊ້​ສິບສອງ​ຄົນ​ນີ້​ອອກໄປ​ພ້ອມ​ກັບ​ໃຫ້​ຄຳແນະນໍາ​ດັ່ງນີ້: “ຢ່າ​ໄປ​ໃນ​ທ່າມກາງ​ຄົນຕ່າງຊາດ ຫລື ຢ່າ​ເຂົ້າໄປ​ໃນ​ເມືອງ​ໃດ​ຂອງ​ຊາວຊາມາເຣຍ.


ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ, ພວກເຂົາ​ກໍ​ໄດ້​ເຫັນ​ພຣະກຸມມານ​ພ້ອມ​ກັບ​ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ ແລະ ນະມັດສະການ​ເພິ່ນ. ແລ້ວ​ພວກເຂົາ​ກໍ​ໄຂ​ຫີບ​ສົມບັດ​ຂອງ​ພວກເຂົາ​ອອກ​ມາ ແລະ ມອບ​ຂອງຖວາຍ​ແກ່​ພຣະອົງ​ຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ.


ຝ່າຍ​ຍິງ​ຄົນ​ນັ້ນ​ຮູ້​ດີ​ວ່າ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຕົນ, ນາງ​ຈຶ່ງ​ມາ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ​ດ້ວຍ​ຄວາມຢ້ານ, ແລ້ວ​ເວົ້າ​ຄວາມຈິງ​ທັງໝົດ​ໃຫ້​ພຣະອົງ​ຟັງ.


ພຣະເຢຊູເຈົ້າ​ຖາມ​ວ່າ, “ມີ​ສິບ​ຄົນ​ດີ​ພະຍາດ​ບໍ່​ແມ່ນ​ບໍ? ອີກ​ເກົ້າ​ຄົນ​ນັ້ນ​ຢູ່​ໃສ?


ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”


ຍິງ​ຊາວ​ຊາມາເຣຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ຄົນຢິວ ສ່ວນ​ຂ້ານ້ອຍ​ເປັນ​ຍິງ​ຊາວ​ຊາມາເຣຍ. ດ້ວຍ​ເຫດໃດ​ທ່ານ​ຈຶ່ງ​ມາ​ຂໍ​ດື່ມນ້ຳ​ຈາກ​ຂ້ານ້ອຍ?” (ເພາະ​ຊາວ​ຢິວ​ບໍ່​ຄົບຄ້າສະມາຄົມ​ກັບ​ຊາວ​ຊາມາເຣຍ.)


ເພື່ອ​ຄົນ​ທັງຫລາຍ​ຈະ​ໄດ້​ຖວາຍກຽດ​ແກ່​ພຣະບຸດ​ເໝືອນ​ທີ່​ພວກເຂົາ​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ. ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ຖວາຍກຽດ​ແກ່​ພຣະບຸດ​ກໍ​ບໍ່​ໄດ້​ຖວາຍກຽດ​ແກ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ພວກ​ຢິວ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ ມີ​ຜີມານຮ້າຍ​ສິງ​ຢູ່?”


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ດັ່ງ​ທີ່​ຄວາມລັບ​ໃນ​ໃຈ​ຂອງ​ພວກເຂົາ​ໄດ້​ຖືກ​ເປີດເຜີຍ. ດັ່ງນັ້ນ ພວກເຂົາ​ກໍ​ຈະ​ຂາບ​ລົງ ແລະ ນະມັດສະການ​ພຣະເຈົ້າ ແລະ ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້ຈິງ!”


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:


ສິ່ງທີ່ມີຊີວິດ​ທັງ​ສີ່​ໄດ້​ຮ້ອງ​ວ່າ, “ອາແມນ” ແລະ ບັນດາ​ຜູ້ອາວຸໂສ​ກໍ​ກົ້ມ​ຂາບ​ລົງ ແລະ ນະມັດສະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka