Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ໃຊ້​ຊັບສົມບັດ​ຝ່າຍ​ໂລກ​ເພື່ອ​ສ້າງ​ມິດ​ສຳລັບ​ພວກເຈົ້າ​ເອງ ເພື່ອ​ວ່າ​ເມື່ອ​ເວລາ​ຊັບ​ນັ້ນ​ໝົດ​ໄປ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ເຂົ້າ​ສູ່​ບ່ອນຢູ່​ອັນ​ຖາວອນ​ເປັນນິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຝ່າຍ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ‘ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ໝູ່​ເພື່ອນ​ດ້ວຍ​ຊັບສິນ​ອັນ​ບໍ່​ຍຸດຕິທຳ ເພື່ອ​ເວລາ​ຊັບ​ນັ້ນ​ເສຍ​ໄປ​ແລ້ວ ເຂົາ​ກໍ​ຈະ​ຮັບ​ຕ້ອນ​ພວກເຈົ້າ​ໄວ້ ໃນ​ບ່ອນ​ອາໄສ​ຢູ່​ອັນ​ຖາວອນ​ເປັນນິດ.

Uka jalj uñjjattʼäta Copia luraña




ລູກາ 16:9
28 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຄົນດີ​ຄົບຖວ້ນ, ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


“ຢ່າ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໃນ​ໂລກ, ເຊິ່ງ​ເປັນ​ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ໄດ້.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


ແຕ່​ບັດນີ້​ສິ່ງ​ທີ່​ມີ​ຢູ່​ພາຍໃນ​ພວກເຈົ້າ​ຈົ່ງ​ເຜື່ອແຜ່​ແກ່​ຄົນທຸກຍາກ ແລ້ວ​ທຸກສິ່ງ​ກໍ​ຈະ​ສະອາດ​ສຳລັບ​ເຈົ້າ.


ຈົ່ງ​ຂາຍ​ສິ່ງຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ ແລະ ບໍລິຈາກ​ແກ່​ຄົນທຸກຍາກ. ຈົ່ງ​ຈັດຕຽມ​ຖົງເງິນ​ທີ່​ບໍ່​ມີ​ມື້​ຫລຸ້ຍຫ້ຽນ​ໄວ້​ສຳລັບ​ຕົນ​ເອງ ຄື​ຊັບສົມບັດ​ໃນ​ສະຫວັນ​ທີ່​ບໍ່​ໝົດ​ຈັກເທື່ອ, ໃນ​ບ່ອນ​ທີ່​ບໍ່​ມີ​ໂຈນ​ເຂົ້າ​ໃກ້ ແລະ ບໍ່​ມີ​ມອດ​ມາ​ທຳລາຍ.


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພຣະພອນ. ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ສາມາດ​ຕອບແທນ​ເຈົ້າ​ໄດ້, ແຕ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ເມື່ອ​ຜູ້ຊອບທຳ​ເປັນຄືນມາຈາກຕາຍ”.


ດັ່ງນັ້ນ ຖ້າ​ພວກເຈົ້າ​ສັດຊື່​ໃນ​ເບິ່ງແຍງ​ຊັບສົມບັດ​ຝ່າຍ​ໂລກ​ບໍ່​ໄດ້, ຜູ້ໃດ​ຈະ​ໄວ້ໃຈ​ໃຫ້​ພວກເຈົ້າ​ເບິ່ງແຍງ​ຊັບສົມບັດ​ອັນ​ແທ້​ຈິງ?


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້”.


ເຮົາ​ຮູ້​ແລ້ວ​ວ່າ​ເຮົາ​ຈະ​ເຮັດ​ຢ່າງໃດ​ດີ ເພື່ອ​ວ່າ​ເມື່ອ​ເຮົາ​ອອກ​ຈາກ​ໜ້າທີ່​ນີ້​ແລ້ວ​ຈະ​ໄດ້​ມີ​ຄົນ​ຕ້ອນຮັບ​ເຮົາ​ເຂົ້າ​ໄປ​ເຮືອນ​ຂອງ​ພວກເຂົາ’.


ແລ້ວ ເວົ້າ​ວ່າ, ‘ໂກເນລີໂອ​ເອີຍ ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ ແລະ ໄດ້​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ໃຫ້​ແກ່​ຄົນຍາກຈົນ​ແລ້ວ.


ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


ຈົ່ງ​ຮັກສາ​ຕົນເອງ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ​ຂະນະ​ທີ່​ພວກທ່ານ​ລໍຖ້າ​ຄວາມ​ເມດຕາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃຫ້​ນຳ​ພວກທ່ານ​ໄປ​ສູ່​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka