Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:8 - ພຣະຄຳພີລາວສະບັບສະໄໝໃໝ່

8 “ແລ້ວ​ນາຍ​ຈຶ່ງ​ຍ້ອງຍໍ​ຜູ້ຈັດການ​ທີ່​ບໍ່​ສັດຊື່​ຄົນ​ນີ້​ເພາະ​ລາວ​ໄດ້​ເຮັດ​ຢ່າງ​ສະຫລາດ. ເພາະ​ຄົນ​ຝ່າຍ​ໂລກ​ນີ້​ສະຫລາດ​ຫລາຍ​ກວ່າ​ຄົນ​ຝ່າຍ​ຄວາມສະຫວ່າງ​ໃນ​ການ​ເຮັດ​ທຸລະກິດ​ກັບ​ຄົນ​ປະເພດ​ດຽວ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແລ້ວ​ເຈົ້ານາຍ​ກໍ​ຍົກ​ຍ້ອງ​ເຈົ້າ​ພະນັກງານ​ຜູ້​ບໍ່​ສັດຊື່​ວ່າ, ‘ລາວ​ໄດ້​ເຮັດ​ດ້ວຍ​ຄວາມ​ສະຫລາດ. ດ້ວຍວ່າ ຄົນ​ຝ່າຍ​ໂລກນີ້ ໃນ​ສະໄໝ​ຂອງ​ເຂົາ ເຂົາ​ໃຊ້​ສະຕິປັນຍາ​ສະຫລາດ​ກວ່າ​ຄົນ​ຝ່າຍ​ຄວາມ​ສະຫວ່າງ​ອີກ.’

Uka jalj uñjjattʼäta Copia luraña




ລູກາ 16:8
23 Jak'a apnaqawi uñst'ayäwi  

ຜູ້ໃດ​ທີ່​ເວົ້າ​ຄຳ​ໜຶ່ງ​ຕໍ່ສູ້​ບຸດມະນຸດ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ, ທັງ​ໃນ​ຍຸກ​ນີ້ ຫລື ໃນ​ຍຸກ​ໜ້າ.


ເປໂຕ​ຕອບ​ວ່າ, “ເກັບ​ຈາກ​ຄົນ​ອື່ນ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ຢ່າງ​ນັ້ນ​ບັນດາ​ລູກ​ກໍ​ບໍ່​ໄດ້​ເສຍ.


“ຜູ້ໃດ​ກໍ​ຕາມ​ທີ່​ໄວ້ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ ກໍ​ໄວ້ໃຈ​ໄດ້​ໃນ​ສິ່ງ​ໃຫຍ່​ເໝືອນກັນ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ສັດຊື່​ໃນ​ສິ່ງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງ​ໃຫຍ່​ເໝືອນກັນ.


ເຮົາ​ຮູ້​ແລ້ວ​ວ່າ​ເຮົາ​ຈະ​ເຮັດ​ຢ່າງໃດ​ດີ ເພື່ອ​ວ່າ​ເມື່ອ​ເຮົາ​ອອກ​ຈາກ​ໜ້າທີ່​ນີ້​ແລ້ວ​ຈະ​ໄດ້​ມີ​ຄົນ​ຕ້ອນຮັບ​ເຮົາ​ເຂົ້າ​ໄປ​ເຮືອນ​ຂອງ​ພວກເຂົາ’.


“ຫລັງຈາກນັ້ນ​ລາວ​ກໍ​ຖາມ​ຄົນ​ທີ​ສອງ​ວ່າ, ‘ແລະ ເຈົ້າ​ເປັນໜີ້​ຢູ່​ເທົ່າໃດ?’ “ລາວ​ຕອບ​ວ່າ, ‘ເປັນໜີ້​ເຂົ້າຫວີດ​ສາມສິບ​ໂຕນ’. “ຜູ້ຈັດການ​ຄົນ​ນັ້ນ​ບອກ​ລາວ​ວ່າ, ‘ຈົ່ງ​ນຳ​ເອກະສານ​ມາ​ໄວໆ ແລະ ແກ້​ໃຫ້​ເປັນ​ຊາວສີ່​ໂຕນ’.


ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ຜູ້ພິພາກສາ​ບໍ່ຍຸຕິທຳ​ຄົນ​ນີ້​ກ່າວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ຍຸກ​ນີ້​ເຄີຍ​ແຕ່ງງານ ແລະ ຍົກ​ໃຫ້​ເປັນ​ຜົວ​ເມຍ​ກັນ.


ແຕ່​ຄົນ​ທີ່​ຖື​ວ່າ​ສົມຄວນ​ມີ​ສ່ວນ​ໃນ​ຍຸກ​ທີ່​ຈະ​ມາ​ເຖິງ ແລະ ໃນ​ການ​ເປັນຄືນມາຈາກຕາຍ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ,


ຈົ່ງ​ເຊື່ອ​ໃນ​ຄວາມສະຫວ່າງ​ຂະນະ​ທີ່​ພວກເຈົ້າ​ຍັງ​ມີ​ຄວາມສະຫວ່າງ ເພື່ອ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ລູກ​ຂອງ​ຄວາມສະຫວ່າງ”. ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຈົບ​ແລ້ວ​ພຣະອົງ​ກໍ​ຈາກ​ໄປ ແລະ ຫລົບຫລີກ​ໃຫ້​ພົ້ນ​ຈາກ​ພວກເຂົາ.


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ


ປາຍທາງ​ຂອງ​ພວກເຂົາ​ຄື​ຄວາມຈິບຫາຍ, ພະ​ຂອງ​ພວກເຂົາ​ຄື​ທ້ອງ​ຂອງ​ພວກເຂົາ, ຊື່ສຽງ​ຂອງ​ພວກເຂົາ​ຄື​ຄວາມອັບອາຍ​ຂອງ​ພວກເຂົາ. ຈິດໃຈ​ຂອງ​ພວກເຂົາ​ປັກ​ຢູ່​ແຕ່​ກັບ​ສິ່ງຂອງ​ຝ່າຍໂລກ.


ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມສະຫວ່າງ ແລະ ເປັນ​ລູກ​ຂອງ​ກາງເວັນ. ພວກເຮົາ​ບໍ່​ໄດ້​ເປັນ​ຂອງ​ກາງຄືນ ຫລື ຂອງ​ຄວາມມືດ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ​ຄື: ຜູ້ໃດ​ກໍ​ຕາມ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຫລື ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka