Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ນອກຈາກ​ທັງໝົດ​ນີ້​ແລ້ວ ລະຫວ່າງ​ພວກເຮົາ ແລະ ພວກເຈົ້າ​ກໍ​ມີ​ເຫວ​ໃຫຍ່​ຂວາງ​ກັ້ນ​ຢູ່, ເພື່ອ​ວ່າ​ຜູ້ໃດ​ທີ່​ຢາກ​ຈະ​ຂ້າມ​ຈາກ​ທີ່​ນີ້​ໄປ​ຫາ​ພວກເຈົ້າ​ກໍ​ບໍ່​ໄດ້ ຫລື ຜູ້ໃດ​ຈະ​ຂ້າມ​ຈາກ​ບ່ອນ​ນັ້ນ​ມາ​ຫາ​ພວກເຮົາ​ກໍ​ບໍ່​ໄດ້’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ນອກຈາກນີ້​ອີກ ລະຫວ່າງ​ພວກເຮົາ​ກັບ​ພວກເຈົ້າ ຍັງ​ມີ​ເຫວເລິກ​ຕັ້ງ​ຂວາງກັ້ນ​ຢູ່ ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ທີ່​ຢາກ​ຂ້າມ​ຈາກ​ທີ່​ນີ້​ໄປ​ຫາ​ພວກເຈົ້າ​ໄດ້ ທັງ​ບໍ່​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ຈາກ​ທີ່​ນັ້ນ​ຂ້າມ​ມາ​ຫາ​ພວກເຮົາ​ໄດ້​ອີກ​ດ້ວຍ.’

Uka jalj uñjjattʼäta Copia luraña




ລູກາ 16:26
15 Jak'a apnaqawi uñst'ayäwi  

“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.


ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈະ​ອອກ​ມາ​ບໍ່​ໄດ້​ຈົນກວ່າ​ເຈົ້າ​ຈະ​ໃຊ້​ໜີ້​ຄົບ”.


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


“ລາວ​ຈຶ່ງ​ຕອບ​ວ່າ, ‘ບິດາ​ເອີຍ, ຖ້າ​ຢ່າງ​ນັ້ນ ຂ້ານ້ອຍ​ຂໍຮ້ອງ​ທ່ານ​ໃຫ້​ໃຊ້​ລາຊາໂຣ​ໄປ​ຫາ​ຄອບຄົວ​ຂອງ​ຂ້ານ້ອຍ​ດ້ວຍ,


ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະບຸດ​ກໍ​ມີຊີວິດ​ນິລັນດອນ, ແຕ່​ຜູ້ໃດ​ທີ່​ບໍ່​ຍອມຮັບ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ຊີວິດ​ນິລັນດອນ, ເພາະ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຍັງ​ຢູ່​ກັບ​ພວກເຂົາ.


ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


ຜູ້​ທີ່​ເຮັດຜິດ​ກໍ​ໃຫ້​ເຮັດຜິດ​ຕໍ່ໄປ, ຜູ້​ທີ່​ຊົ່ວຊ້າ​ກໍ​ໃຫ້​ຊົ່ວຊ້າ​ຕໍ່ໄປ, ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໄປ ແລະ ຜູ້​ທີ່​ເປັນ​ຄົນ​ບໍລິສຸດ​ກໍ​ໃຫ້​ເປັນ​ຄົນ​ບໍລິສຸດ​ຕໍ່ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka