Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ເມື່ອ​ຢູ່​ໃນ​ນະລົກ​ກໍ​ທຸກທໍລະມານ​ຫລາຍ, ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ແຕ່​ໄກ ມີ​ລາຊາໂຣ​ຢູ່​ທາງ​ຂ້າງ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ເມື່ອ​ຢູ່​ໃນ​ແດນ​ມໍຣະນາ ກໍ​ເປັນ​ທຸກ​ເວດທະນາ​ຫລາຍ ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ໄກ ແລະ​ເຫັນ​ລາຊາໂຣ​ຢູ່​ໃນ​ເອິກ​ຂອງທ່ານ.

Uka jalj uñjjattʼäta Copia luraña




ລູກາ 16:23
26 Jak'a apnaqawi uñst'ayäwi  

ສ່ວນ​ເຈົ້າ, ເມືອງ​ກາເປນາອູມ​ເອີຍ, ເຈົ້າ​ຈະ​ຖືກ​ຍົກຂຶ້ນ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ, ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ. ເພາະ​ຖ້າ​ການ​ອັດສະຈັນ​ທີ່​ໄດ້​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ໂຊໂດມ​ແລ້ວ, ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ແລະ ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ຕາ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕາ​ທັງ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ລົງ​ໃສ່​ໃນ​ບຶງ​ໄຟ​ນະລົກ.


“ພວກ​ງູຮ້າຍ! ພວກ​ງູ​ພິດ​ເອີຍ! ພວກເຈົ້າ​ຈະ​ຫລຸດພົ້ນ​ຈາກ​ການຕັດສິນ​ລົງໂທດ​ໃຫ້​ລົງ​ນະລົກ​ໄດ້​ຢ່າງໃດ?


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.


ຖ້າ​ຕາ​ເບື້ອງຂວາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ເຮັດ​ບາບ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ອະໄວຍະວະ​ສ່ວນ​ໜຶ່ງ​ຂອງ​ຮ່າງກາຍ​ໄປ ກໍ​ຍັງ​ດີ​ກວ່າ​ຮ່າງກາຍ​ທັງໝົດ​ຕ້ອງ​ຖືກ​ໂຍນ​ລົງ​ໃນ​ນະລົກ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະບຸດ​ຂອງ​ພຣະເຈົ້າ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ບ່ອນ​ນີ້​ເພື່ອ​ຈະ​ທໍລະມານ​ພວກຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ກຳນົດ​ບໍ?”


ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ບອກ​ວ່າ, ‘ອັບຣາຮາມ ບິດາ​ເອີຍ, ສົງສານ​ຂ້ານ້ອຍ​ດ້ວຍ ແລະ ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວມື​ຈຸ່ມ​ນ້ຳ​ມາ​ແຕະ​ໃສ່​ລີ້ນ​ຂອງ​ຂ້ານ້ອຍ​ໃຫ້​ເຢັນ​ລົງ ເພາະ​ຂ້ານ້ອຍ​ທຸກທໍລະມານ​ຫລາຍ​ຢູ່​ໃນ​ແປວໄຟ​ນີ້’.


ເພາະ​ຂ້ານ້ອຍ​ມີ​ອ້າຍນ້ອງ​ຫ້າ​ຄົນ, ໃຫ້​ລາຊາໂຣ​ເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມາ​ໃນ​ບ່ອນ​ທີ່​ທຸກທໍລະມານ​ນີ້​ເໝືອນກັນ’.


ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ, ລາວ​ກໍ​ຮ້ອງ​ຂຶ້ນ ແລະ ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ​ແລ້ວ​ຮ້ອງ​ສຸດ​ສຽງ​ວ່າ, “ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພຣະອົງ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ຢ່າ​ທໍລະມານ​ຂ້ານ້ອຍ​ເລີຍ!”


“ໂອ ຄວາມຕາຍ​ເອີຍ, ໄຊຊະນະ​ຂອງ​ມຶງ​ຢູ່ໃສ? ໂອ ຄວາມຕາຍ​ເອີຍ, ໄລພິດ​ຂອງ​ມຶງ​ຢູ່ໃສ?”


ເພາະ​ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ບັນດາ​ເທວະດາ​ທີ່​ໄດ້​ເຮັດ​ບາບ, ແຕ່​ໄດ້​ສົ່ງ​ພວກເຂົາ​ລົງ​ໄປ​ສູ່​ນະລົກ, ລ່າມໂສ້​ພວກເຂົາ​ຂັງ​ໄວ້​ໃນ​ບ່ອນ​ມືດ​ເພື່ອ​ລໍຖ້າ​ການພິພາກສາ.


ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka