Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:22 - ພຣະຄຳພີລາວສະບັບສະໄໝໃໝ່

22 “ຢູ່​ຕໍ່ມາ ຂໍທານ​ນັ້ນ​ກໍ​ໄດ້​ຕາຍ ແລະ ບັນດາ​ເທວະດາ​ໄດ້​ຮັບ​ລາວ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ອັບຣາຮາມ. ຝ່າຍ​ເສດຖີ​ຄົນ​ນັ້ນ​ກໍ​ຕາຍ​ໄປ​ເໝືອນກັນ ແລະ ຖືກ​ຝັງ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ຢູ່​ມາ ຄົນ​ຍາກຈົນ​ຜູ້ນັ້ນ​ກໍ​ຕາຍ ແລະ​ຝູງ​ເທວະດາ​ໄດ້​ຮັບ​ເອົາ​ລາວ​ໄປ​ໄວ້ ຢູ່​ໃນ​ອ້ອມເອິກ​ຂອງ​ອັບຣາຮາມ ຝ່າຍ​ເສດຖີ​ນັ້ນ​ກໍ​ຕາຍ​ເໝືອນກັນ ແລ້ວ​ເຂົາ​ກໍ​ຝັງ​ໄວ້.

Uka jalj uñjjattʼäta Copia luraña




ລູກາ 16:22
28 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ມາ​ພ້ອມ​ກັບ​ສຽງແກ​ດັງ​ກ້ອງສະໜັ່ນ, ເທວະດາ​ເຫລົ່ານັ້ນ​ຈະ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ ຕັ້ງແຕ່​ສຸດ​ຂອບ​ຟ້າສະຫວັນ​ເບື້ອງ​ໜຶ່ງ​ຈົນ​ເຖິງ​ສຸດ​ຂອບ​ຟ້າສະຫວັນ​ອີກ​ເບື້ອງ​ໜຶ່ງ.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຄົນ​ເປັນ​ຈຳນວນ​ຫລາຍ​ຈາກ​ທິດຕາເວັນອອກ ແລະ ທິດຕາເວັນຕົກ ຈະ​ເຂົ້າ​ມາ​ນັ່ງ​ປະຈຳ​ທີ່​ຂອງ​ຕົນ​ໃນ​ງານລ້ຽງ​ຮ່ວມ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ​ໃນ​ອານາຈັກ​ສະຫວັນ.


ຈະ​ມີ​ປະໂຫຍດ​ອັນໃດ ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ?


“ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນໂງ່​ເອີຍ! ຄືນ​ນີ້​ຊີວິດ​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ເອົາ​ຄືນ​ຈາກ​ເຈົ້າ. ແລ້ວ​ຜູ້ໃດ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ສິ່ງຂອງ​ທີ່​ເຈົ້າ​ຕຽມ​ໄວ້​ສຳລັບ​ເຈົ້າ​ເອງ?’


ແລະ ລໍຖ້າ​ກິນ​ອາຫານ​ທີ່​ຕົກ​ຈາກ​ໂຕະ​ຂອງ​ເສດຖີ. ແມ່ນ​ແຕ່​ໝາ​ກໍ​ຍັງ​ມາ​ເລຍ​ບາດແຜ​ຂອງ​ລາວ.


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ມີ​ຜູ້​ໜຶ່ງ​ໃນ​ພວກສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ນັ່ງເອນໂຕ​ໃກ້​ກັບ​ພຣະອົງ.


ເປໂຕ​ຫັນຫລັງ​ມາ​ເຫັນ​ສາວົກ​ທີ່​ພຣະເຢຊູເຈົ້າ​ຮັກ​ກຳລັງ​ຕິດຕາມ​ມາ (ເຊິ່ງ​ເປັນ​ສາວົກ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເນີ້ງ​ໂຕ​ອີງ​ພຣະເຢຊູເຈົ້າ​ໃນ​ລະຫວ່າງ​ຮັບປະທານ​ອາຫານຄ່ຳ​ໃນ​ວັນ​ນັ້ນ ແລະ ເຄີຍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”)


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ໃນ​ເມື່ອ​ລູກ​ທັງຫລາຍ​ມີ​ເນື້ອໜັງ ແລະ ເລືອດ, ພຣະອົງ​ຈຶ່ງ​ຮ່ວມ​ໃນ​ຄວາມເປັນມະນຸດ​ຂອງ​ພວກເຂົາ ເພື່ອ​ວ່າ​ໂດຍ​ຄວາມຕາຍ​ຂອງ​ພຣະອົງ ພຣະອົງ​ຈະ​ໄດ້​ທຳລາຍ​ຜູ້​ຄຸມ​ອຳນາດ​ແຫ່ງ​ຄວາມຕາຍ​ຄື​ມານຮ້າຍ


ເພາະ​ເມື່ອ​ຕາເວັນ​ຂຶ້ນ​ດ້ວຍ​ຄວາມຮ້ອນກ້າ ແລະ ເຮັດ​ໃຫ້​ພືດ​ຫ່ຽວແຫ້ງ, ດອກ​ຂອງ​ມັນ​ກໍ​ຫລົ່ນ​ລົງ ແລະ ຄວາມງາມ​ກໍ​ຖືກ​ທຳລາຍ. ໃນ​ທຳນອງດຽວກັນ​ນີ້ ຄົນ​ຮັ່ງມີ​ກໍ​ຈະ​ເສື່ອມສູນ​ໄປ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນ​ກິດຈະການ​ຂອງ​ຕົນ​ຢູ່.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka