Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 16:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ເຂົ້າ​ມາ​ຫາ ແລະ​ເວົ້າ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງ​ໃດ? ຈົ່ງ​ລາຍງານ​ກ່ຽວກັບ​ໜ້າທີ່​ຂອງ​ເຈົ້າ​ສາ ເພາະ​ເຈົ້າ​ຈະ​ເປັນ​ພະນັກງານ​ຕໍ່ໄປ​ອີກ​ບໍ່ໄດ້.’

Uka jalj uñjjattʼäta Copia luraña




ລູກາ 16:2
23 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ມະນຸດ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຖ້ອຍຄຳ​ເປົ່າ​ໆ​ທຸກ​ຄຳ​ທີ່​ພວກເຂົາ​ເວົ້າ​ອອກມາ,


“ເມື່ອ​ຮອດ​ຕອນແລງ​ມາ ເຈົ້າຂອງ​ສວນອະງຸ່ນ​ກໍ​ບອກ​ຜູ້ຈັດການ​ສວນ​ຂອງ​ຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ, ເລີ່ມ​ຕັ້ງແຕ່​ຜູ້ຮັບຈ້າງ​ຄົນ​ຫລ້າສຸດ​ໄປ​ຈົນ​ເຖິງ​ຜູ້ຮັບຈ້າງ​ຄົນ​ທຳອິດ’.


“ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນໂງ່​ເອີຍ! ຄືນ​ນີ້​ຊີວິດ​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ເອົາ​ຄືນ​ຈາກ​ເຈົ້າ. ແລ້ວ​ຜູ້ໃດ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ສິ່ງຂອງ​ທີ່​ເຈົ້າ​ຕຽມ​ໄວ້​ສຳລັບ​ເຈົ້າ​ເອງ?’


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ວ່າ: “ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ຜູ້ຈັດການ​ຂອງ​ເພິ່ນ​ຖືກ​ກ່າວຫາ​ວ່າ​ກຳລັງ​ຜານ​ຊັບສິນ​ຂອງ​ເພິ່ນ.


“ຜູ້ຈັດການ​ຄົນ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ຈະ​ເຮັດ​ແນວໃດ​ດີ? ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ວຽກ. ເຮົາ​ກໍ​ບໍ່​ມີ​ແຮງ​ຈະ​ຂຸດ​ດິນ ແລະ ຈະ​ໄປ​ຂໍທານ​ກໍ​ອາຍ.


ດັ່ງນັ້ນ ພວກເຮົາ​ແຕ່ລະຄົນ​ຈະ​ຕ້ອງ​ລາຍງານ​ເລື່ອງ​ຂອງ​ຕົນ​ເອງ​ຕໍ່​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ມີ​ບາງຄົນ​ໃນ​ຄອບຄົວ​ຂອງ​ນາງ​ຂະໂລເອ​ໄດ້​ບອກ​ເຮົາ​ວ່າ​ເກີດ​ມີ​ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ.


ບັດນີ້​ຈຶ່ງ​ເປັນ​ການຮຽກຮ້ອງ​ວ່າ ຜູ້​ທີ່​ໄດ້ຮັບ​ຄວາມໄວ້ວາງໃຈ​ນັ້ນ​ຕ້ອງ​ພິສູດ​ວ່າ​ເປັນ​ຜູ້​ສັດຊື່.


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.


ຢ່າ​ລະເລີຍ​ຕໍ່​ຂອງປະທານ​ຂອງ​ເຈົ້າ ເຊິ່ງ​ມອບ​ໃຫ້​ແກ່​ເຈົ້າ​ຜ່ານ​ຄຳທຳນວາຍ​ເມື່ອ​ຄະນະຜູ້ປົກຄອງ​ໄດ້​ວາງມື​ຂອງ​ພວກເພິ່ນ​ລົງ​ໃສ່​ເຈົ້າ.


ຄວາມບາບ​ຂອງ​ບາງຄົນ​ກໍ​ປາກົດແຈ້ງ​ນຳ​ໜ້າ​ພວກເຂົາ​ໄປ​ສູ່​ສະຖານທີ່​ແຫ່ງ​ການພິພາກສາ, ສ່ວນ​ຄວາມບາບ​ຂອງ​ບາງຄົນ​ກໍ​ຕາມ​ພວກເຂົາ​ມາ​ໃນ​ພາຍຫລັງ.


ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.


ແຕ່​ພວກເຂົາ​ຈະ​ຕ້ອງ​ລາຍງານ​ຕໍ່​ພຣະອົງ​ຜູ້​ພ້ອມ​ແລ້ວ​ທີ່​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka